(TTX) - ຕອນບ່າຍວັນທີ 17/9, ຢູ່ມະຫາວິທະຍາໄລເສດຖະກິດແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງພິທີມອບນາມມະຍົດປະລິຍາເອກກິຕິມະສັກໃຫ້ທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ເຕັກໂນໂລຊີສາທາລະນະລັດສະຫະພັນເຢຍລະມັນ Philipp Roesler ຢ່າງສົມກຽດ. ນີ້ແມ່ນການຮັບຮູ້ຕໍ່ການປະກອບສ່ວນຂອງທ່ານ Philipp Roesler ໃນການຮ່ວມມືດ້ານເສດຖະກິດ, ວັດນະທະທຳ, ການສຶກວິທະຍາສາດ ລະຫວ່າງຫວຽດນາມ ແລະ ເຢຍລະມັນ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ. ທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ເຕັກໂນໂລຊີ Philipp Roesler ໄດ້ສະແດງຄວາມເປັນກຽດເມື່ອໄດ້ຮັບປະກາດສະນິຍະບັດປະລິຍາເອກກິມະສັກຂອງຫວຽດນາມ ແລະ ຫວັງວ່າ ນີ້ແມ່ນບາດກ້າວເຊື່ອມຕໍ່ເພື່ອເພີ່ມທະວີການພົວພັນລະຫວ່າງສອງປະເທດກວ່າອີກ. ທ່ານ Philipp Roesler ໄດ້ແບ່ງປັນບັນດາທັດສະນະກ່ຽວກັບເສດຖະກິດ, ສັງຄົມ ກໍຄືກາລະໂອກາດເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ເຢຍລະມັນ.