ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍຈັດຕັ້ງບຸນປີໃໝ່ Chol Chnam Thmay
ພາບປະກອບ
(vovworld) - ຕອນຄ່ຳວັນທີ 13/4, ຢູ່ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ, ນັກສຶກສາກຳປູເຈຍພວມຮ່ຳຮຽນຢູ່ຮ່າໂນ້ຍ ໄດ້ຈັດຕັ້ງບຸນປີໃໝ່ Chol Chnam Thmay. ເຂົ້າຮ່ວມພິທີມີທ່ານ Vu Mao, ປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ຜູ້ຕາງໜ້າກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ແລະ ນັກສຶກສາກຳປູເຈຍ - ລາວ ເປັນຈຳນວນຫຼວງຫຼາຍ. ນັກສຶກສາກຳປູເຈຍໄດ້ສະແດງຟ້ອນລຳທຳເພັງ ທີ່ເປັນມູນເຊື້ອຂອງປະເທດຕົນໃນບຸນປີໃໝ່ Chol Chmam Thmay. So Vuthy, ນັກສຶກສາກຳປູເຈຍ ຮຽນປີ 4 ຢູ່ມະຫາວິທະຍາໄລການຢາ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ນ້ອງໄດ້ຮຽນຢູ່ຫວຽດນາມ 5 ປີແລ້ວ, ປີໃດນ້ອງກໍຕ້ອນຮັບບຸນປີໃໝ່ຢູ່ນີ້. ເພາະຫ່າງໄກຈາກບ້ານເກີດເມືອງນອນ ບໍ່ມີເງື່ອນໄຂຕ້ອນຮັບບຸນປີໃໝ່ຢູ່ບ້ານ ດັ່ງນັ້ນພວກນ້ອງເຄິຍຕ້ອນຮັບບຸນປີໃໝ່ພ້ອມກັນ ອັນໄດ້ປະກອບສ່ວນ ເພີ່ມຄວາມສາມັກຄີນຳກັນຕື່ມອີກ”
ກ່າວຄຳເຫັນນະພິທີ, ທ່ານ Vu Mao, ປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ໄດ້ກ່າວວ່າ:
“ຂ້າພະເຈົ້າຄິດວ່ານີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດ. ບັນດານັກສຶກສາກຳປູເຈຍມາຮ່ຳຮຽນຢູ່ຫວຽດນາມ ແມ່ນສະແດງຄວາມສາມັກຄີມິດຕະພາບດີງາມ. ໃນພາຍພາກໜ້າ, ພວກຫຼານຈະກາຍເປັນພະນັກງານທີ່ດີ, ແມ່ນແກ່ນສານທີ່ສຳຄັນໃນການສ້າງສາປະເທດກຳປູເຈຍ ແລະ ແມ່ນປັດໄຈທີ່ດີເພື່ອເພີ່ມພຸນຄຸນສ້າງໃຫ້ນ້ຳໃຈສາມັກຄີມິດຕະພາບລະຫວ່າງຫວຽດນາມ - ກຳປູເຈຍ”