|
(vovworl)- ປະຈຸບັນ ມະຫາວິທະຍາໄລຮ່າໂນ້ຍ ບໍ່ພຽງແຕ່ແມ່ນສະຖານທີ່ສອນທັກສະດ້ານພາສາຕ່າງປະເທດ, ທິດສະດີໃຫ້ນັກສຶກສາເທົ່ານັ້ນ ຫາກຄວນສູ້ຊົນກາຍເປັນບ່ອນຮັກສາ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມອີກດ້ວຍ. ນັ້ນແມ່ນຄວາມປາດຖະຫນາຂອງທ່ານ ຫງວຽນທ້ຽນເຍີນ, ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເມື່ອລົງຢ້ຽມຢາມ ແລະ ໂອ້ລົມກັບຄູສອນ, ນັກສຶກສາມະຫາວິທະຍາໄລ ຮ່າໂນ້ຍ ໃນຕອນບ່າຍວັນທີ 27/8 ເນື່ອງໃນໂອກາດ ມະຫາວິທະຍາໄລ ຮ່າໂນ້ຍ ເຂົ້າສູ່ສົກຮຽນໃຫມ່. ນະທີ່ນີ້, ທ່ານປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສະເຫນີວ່າ: ດ້ວຍທີ່ຕັ້ງບົດບາດ ແລະ ບົດຮຽນເປັນແຖວຫນ້າໃນລະບົບບຳລຸງສ້າງພາສາຕ່າງປະເທດ ຢູ່ ຫວຽດນາມ, ມະຫາວິທະຍາໄລ ຮ່າໂນ້ຍ ຄວນມີຫລາຍມາດຕະການປ່ຽນໃຫມ່ໃນວຽກງານບຳລຸງສ້າງ, ຕີລາຄາຄູສອນ. ຜ່ານນັ້ນ ແກ້ໄຂຄວາມຈຳກັດກ່ຽວກັບຄວາມສາມາດດ້ານພາສາຕ່າງປະເທດຂອງລຸ້ນຫນຸ່ມ ພ້ອມທັງຍົກສູງກຳລັງຄວາມສາມາດດ້ານພາສາຕ່າງປະເທດຂອງຊາວ ຫວຽດນາມ ຜ່ານນັ້ນ ຕອບສະຫນອງຄວາມຮຽກຮ້ອງຕ້ອງການການເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ.