ມະຫາວິທະຍາໄລແພດສາດຮ່າໂນ້ຍຈັດພິທີຕັ້ງຮູບຫຼໍ່ທ່ານໝໍ Alexabdre Yersin

ມະຫາວິທະຍາໄລແພດສາດຮ່າໂນ້ຍຈັດພິທີຕັ້ງຮູບຫຼໍ່ທ່ານໝໍ Alexabdre Yersin  - ảnh 1
(ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​​ສາດ​ຮ່າ​ໂນ້ຍ
ຈັດພິ​ທີ​ຕັ້ງຮູບ​ຫຼໍ່​ທ່ານ​ໝໍ Alexabdre Yersin)


(vovworld) –​ ​ ​​​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 61 ປີ​ແຫ່ງວັນ​ແ​ພດ​ໝ​ໍ​ຫວຽດ​ນາມ (27/02/1955 – 27/02/2016), ຕອນ​ບ່າຍ​ວັນ​ທີ 25/02, ຢູ່​ຮ່າ​ໂນ້ຍ, ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​​ສາດໄດ້​ຈັດ​ພິ​ທີ​ຕັ້ງ​ຮູບ​ຫຼໍ່​ທ່ານ​ໝໍ Alexabdre Yersin, ເປັນ​ອະ​ທິ​ການ​ບໍ​ດີິ​ຜູ້​ທຳ​ອິດ ແລະ ແມ່ນ​ຜູ້​ກໍ​ຕັ້ງ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​​ສາດ​ອິນ​ດູ​ຈີນ (​ເຊິ່ງ​ແມ່ນ​ຕົ້ນ​ກຳ​ເນີດ​ຂອງມາ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ຮ່າ​ໂນ້ຍ ໃນ​ປະ​ຈ​ຸ​ບັນ). ທີ່​ພິ​ທີ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິ​ຢ​ວານ ໄດ້​ຍ້ອງຍໍຊົມ​ເຊີຍ​ບ​ັນ​ດາ​ຜົນ​ສຳ​ເລັດ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສ​ຸກ, ມາ​ຫາ​ວິ​ທະ​ຍາ​ໄລ​ແພດ​​ສາດ​ໂນ້ຍ ແລະ ໂຮງ​ໝ​ໍມາ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດຮ່າ​ໂນ້ຍ ໃນ​​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ກໍ່​ສ້າງ​ພະ​ນັກ​ງານ, ​ຮັກ​ສາ​ເບິ່ງ​ແຍງສຸ​ຂ​ະ​ພາບ​ໃຫ້​ປະ​ຊ​າ​ຊົນ. ທ່ານນ​າງຮອງ​ປະ​​​ທານ​ປະ​ເທດ​ ຮ​ຽກ​ຮ້ອງ​ໃຫ້​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ມາ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດຮ່າ​ໂນ້ຍ ສືບ​ຕໍ່​ປ່ຽນ​ໃໝ່​ວິ​ທີ​ສິດ​ສອນ ແລະ ຮ່ຳ​ຮຽ​ນ; ຍູ້​ແຮງ​ການ​ລົງ​ທຶນ​ເຂ​ົ້າ​ລະ​ບົບ​​ຫ້ອງທົດ​ລອງ ແລະ ໂຮງໝໍ​ໃຫ້​ຫຼາຍກວ່າ…

ຂ່າວ/ບົດ​ອື່ນ