ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ
ຫວຽດນາມ ຫວູຮູຍຮ່ວາງ
ພາບ:dantri.vn
|
(vovworld)- ປີ 2015, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈະສືບຕໍ່ປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ພິເສດແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ. ນີ້ແມ່ນຄຳຢືນຢັນຂອງທ່ານ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຫວູຮູຍຮ່ວາງ ໃນການຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ. ຕາມທ່ານ ຫວູຮູຍຮ່ວາງແລ້ວ, ພື້ນຖານເສດຖະກິດຂອງຫວຽດນາມ ປະຈຸບັນ ມີການເຂົ້າຮ່ວມຂອງການຄ້າຕ່າງປະເທດ ສະນັ້ນ ຊຸກຍູ້ການສົ່ງອອກເຕີບໂຕດ້ວຍຈຸດໝາຍເພີ່ມຂຶ້ນ 10% ແມ່ນຫນຶ່ງໃນບັນດາຫນ້າທີ່ສຳຄັນຊື່ງຂະແຫນງອຸດສາຫະກຳ ການຄ້າ ຕ້ອງປະຕິບັດ.
“ສຸມໃສ່ຊອກຫາຕະຫລາດສົ່ງອອກໃຫມ່, ປ່ຽນໃຫມ່ວິທີການສົ່ງເສີມການຄ້າ. ສືບຕໍ່ຮັບມືກັບບັນດາມາດຕະການຕ້ານການບຸບລາຄາ, ຕ້ານການອຸດຫນູນຊື່ງຕະຫລາດບັນດາປະເທດພວມນຳໃຊ້ສຳລັບສິນຄ້າສົ່ງອອກຂອງຫວຽດນາມ. ຫນ້າທີ່ສຳຄັນຫນຶ່ງອີກ ນັ້ນແມ່ນ ກະຊວງອຸດສາຫະກຳ ແລະ ການຄ້າ ຈະເອົາໃຈໃສ່ຫລາຍກວ່າເຖິງການປະຕິຮູບລະບຽບການບໍລິຫານ.”