ມານະພະຍາຍາມສູ້ຊົນໃນພາລະກິດປ່ຽນໃໝ່,ສ້າງສາແລະປົກປັກຮັກສາປະເທດຊາດ

ມານະພະຍາຍາມສູ້ຊົນໃນພາລະກິດປ່ຽນໃໝ່,ສ້າງສາແລະປົກປັກຮັກສາປະເທດຊາດ - ảnh 1
(​ງານ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ 70 ປີ ​
ແຫ່ງ​ວັນ​ມູນ​ເຊື້ອ​ຕຳຫຼວດ​ປະຊາຊົນ​ຫວຽດນາມ)


(vovworld) -​ ສຸມ​ຄວາມມານະ​ພະຍາຍາມ​ສູ້​ຊົນ​, ຕັດສິນ​ໃຈ​ກວ່າ​ອີກໃນ​ພາລະ​ກິດ​ປ່ຽນ​ໃໝ່, ສ້າງສາ​ ແລະ​ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ເນັ້ນ​ໜັກ​ຄື​ດັ່ງກ່າວ ທີ່​ງານ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ມູນ​ເຊື້ອ​ຕຳຫຼວດ​ປະຊາຊົນ​ຫວຽດນາມ (19/8/1945-19/8/2015) ​ແລະ 10 ປີ​ແຫ່ງ​ວັນ​ບຸນ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/8, ຢູ່​ຮ່າ​ໂນ້ຍ.

ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ​ພັດທະນາ​ໃໝ່, ການ​ຮ່ວມ​ມື ​ແລະ ພັດທະນາ​ຍັງ​ຄົງ​ແມ່ນທ່າ​ອ່ຽງ​ໃຫຍ່, ​ແຕ່​ສະພາບ​ໂລກ​ຍັງ​ຄົງ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ຊ້ອນ​ແຝງ​ຫຼາຍ​ປັດ​ໃຈ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ. ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຕ້ານ​ທຳລາຍ​ດ້ານ​ການ​ເມືອງ, ​ເສດຖະກິດ, ​ແນວ​ຄິດ, ວັດທະນະທຳ, ຍູ້​ແຮງ​ການ​ປະຕິບັດ​ຍຸດ​ທະ​ສາດ “ຫັນປ່ຽນ​ໂດຍ​ສັນ​ຕິ“…ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຊີ້​ແຈ້ງວ່າ: ທົ່ວ​ປະ​ເທດ​ສຸມ​ຄວາມ​ມານະ​ພະຍາຍາມ​ສູ້​ຊົນ, ຍູ້​ແຮງ, ຕັດສິນ​ໃຈ​ກວ່າ​ອີກ​ໃນພາລະກິດ​ປ່ຽນ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ​ ສັງຄົມ​ນິຍົມ.

ພວກ​ເຮົາ​ຕ້ອງ​ກຳ​ແໜ້ນ​ສະພາບ​ການນັ້ນ ​ເພື່ອ​ມີ​ຄວາມ​ຕັດສິນ​ໃຈ, ມີ​ມາດ​ຕະການຢ່າງ​ແຮງ, ​ເປັນ​ເຈົ້າ​ການ​ຮັບ​ມື, ຕໍ່ສູ້​ກັບ​ການ​ກະທົບ​ທີ່​ຫຍໍ້​ທໍ້ ​ແລະ ຕ້ານທຳລາຍ​ຈາກ​ພາຍ​ນອກ. ​ໃນ​ບໍ່​ວ່າ​ສະພາບ​ການ​ໃດ​ກໍ່​ຕ້ອງ​ຍາດ​ເອົາ​ໄຊຊະນະ ​ແລະ ບັນລຸ​ໄດ້​ຄາດໝາຍ:“ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ; ປົກ​ປັດ​ຮັກສາ​ພັກ, ລັດ, ປະຊາຊົນ ​ແລະ ລະບອບ​ສັງຄົມ​ນິຍົມ; ຮັກສາ​ພາລະກິດ​ປ່ຽນ​ໃໝ່, ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ; ປົກ​ປ້ອງ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ຊົນ​ຊາດ; ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ, ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ສັງຄົມ ​ແລະ ພື້ນຖານ​ວັດທະນະທຳ; ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ສະພາບ​ແວດ​ລ້ອມ​ສັນຕິພາບ ​ເພື່ອ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ“ ຄື​ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸ​ດທີ 11 ກ່ຽວ​ກັບ “ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທ​ດຊາດ​ໃນ​ສະພາບ​ການ​ໃໝ່

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຮຽກຮ້ອງ​ກໍ່ສ້າງ​ກຳລັງ​ຕຳຫຼວດ​ປະຊາຊົນ​ປະຕິວັດ, ​ເປັນ​ກຳລັງ​ຫຼວງ, ຊຳນານ​ງານ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ບຸລິ​ມາ​ສິດ​ໃນ​ການ​ຫັນ​ບາງ​ກຳລັງ​ສຳຄັນ​ເປັນ​ທັນ​ສະ​ໄໝ; ສືບ​ຕໍ່​ປັບປຸງ​ກົງຈັກ​ຕາມ​ທິດ​ກະທັດ​ລັດ, ມີ​ປະສິດທິ​ຜົນ.

ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ມອບ​ຫຼຽນ​ໄຊ​ດາວ​​ເຫຼືອງ​ຄັ້ງ​ທີ 4 ​ໃຫ້​ກຳລັງ​ຕຳຫຼວດ​ປະຊາຊົນ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ