ມາເລເຊຍແລະໂຮນລັງເຫັນດີເປັນເອກະສັນຮຽກຮ້ອງຢຸດຍິງຢູ່ສະຖານທີ່ເຮືອບິນMH17ຕົກ
ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Razak ແລະ ຄູ່ຕຳແໜ່ງ ໂຮນລັງ Mark Rutte
(ພາບ: AFP/TTXVN)
(vovworld) - ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມຢູ່ ລາໄຮ, ປະເທດ ໂຮນລັງ ໃນວັນທີ 31/7, ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Razak ແລະ ຄູ່ຕຳແໜ່ງ ໂຮນລັງ Mark Rutte ຮຽກຮ້ອງໃຫ້ທຸກໆຝ່າຍ, ເຊິ່ິງລວມມີກອງທັບ ຢູແກຼນ ແລະ ກຳລັງແຜນນະໂຍບາຍຫັນຢູແກຼນ ຕາເວັນອອກເປັນສະຫະພັນ, ຮັກສາສະຖານທີ່ເຮືອບິນຕົກເພື່ອຮັບໃຊ້ໃຫ້ວຽກງານສືບສວນ. ທ່ານນາຍົກລັດຖະມົນຕີ Razak ໃຫ້ຮູ້ວ່າ: ບຸລິມະສິດຂອງ ມາເລເຊຍ ແລະ ໂຮນລັງແມ່ນຮັບປະກັນວ່າ: ບັນດານັກສືບສວນສາກົນຈະໄດ້ສຳພັດຢ່າງຄົບຖ້ວນ ແລະ ບໍ່ຖືກຈຳກັດຢູ່ສະຖານທີ່ເຮືອບິນຕົກເພື່ອເກັບກຳພະຍານຫຼັກຖານ. ທີ່ການພົບປະ, ນາຍົກລັດຖະມົນຕີ 2 ທ່ານ ກໍ່ໄດ້ປຶກສາຫາລື 3 ບຸລິມະສິດໃນວຽກງານແກ້ໄຂອຸບັດຕິເຫດເຮືອບິນ MH 17 ຕົກ, ເຊິ່ງລວມມີການຂົນສົ່ງສົບ ແລະ ເຄື່ອງຂອງສ່ວນຕົວຂອງຜູ້ປະສົບເຄາະຮ້າຍກັບເມືອປະເທດ, ກຳນົດສາຍເຫດຂອງອຸບັດຕິເຫດ ແລະ ຮັບປະກັນວ່າບັນດາຕົວການຕ້ອງລ້ວນແຕ່ຖືກນຳມາພິພາກສາຕໍ່ໜ້າສານ.