ມີແຂກທ່ອງທ່ຽວຕ່າງປະເທດກ່ວາ1ລ້ານເທື່ອຄົນໄປຢ້ຽມຢາມກຸງເກົ່າເຫ້ວ

ມີແຂກທ່ອງທ່ຽວຕ່າງປະເທດກ່ວາ1ລ້ານເທື່ອຄົນໄປຢ້ຽມຢາມກຸງເກົ່າເຫ້ວ - ảnh 1
ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຢູ່​ກຸງ​ເກົ່າ​ເຫ້ວ
(ພາບ: Quốc Việt/Vietnam+)


(vovworld) – ຕາມ​ສ​ູນ​ອະ​ນຸ​ລັກ​ຮັກ​ສາປູ​ຊະ​ນີ​ຍະ​ສະ​ຖານ​ກຸງ​ເກົ່າ​ເຫ້ວ, ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ, ສູນ​ດັ່ງ​ກ່າວ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ເກືອບ 2 ລ້ານ​ເທື່ອ​ຄົນ​ມາ​​ທ່ອງ​ທ່ຽວ, ໃນ​ນັ້ນ​ມີ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ກ່​ວາ 1 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 36,5%. ແຕ່ນ​ີ້​ຮອດ​ທ້າຍ​ປີ, ພ້ອມ​ກັບ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວາງ​ສະ​ແດງ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ, ສູນ​ອະ​ນຸ​ລັກ​ຮັກ​ສາ​ປູ​ຊະ​ນີ​ຍະ​ສະ​ຖານ​ກຸງ​ເກົ່າ​ເຫ້ວ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ “ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຢູ່​ປູ​ຊະ​ນີ​ຍະ​ສະ​ຖານ​ເຫ​້ວ”, ເພື່ອ​ແນ​ໃສ່​ເສີມ​ຂ​ະ​ຫຍາຍ​ແຫຼ່ງ​ກຳ​ລັງ​ຈາກ​ປະ​ຊາ​ຄົມ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ການ​ຫັນ​ວຽກ​ງານ​ມາ​ເປັນ​​ຂອງສັງ​ຄົມ​ເພື່ອ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ປູ​ຊະ​ນີ​ຍະ​ສະ​ຖານ. ສູນ​ພວມ​ສົ່ງ​ເສີມ​ບັນ​ດາ​ເງື່ອນ​ໄຂ​ເພື່ອ​ເປີດ​ປະ​ຕູ​ເຂດ​ພາຍ​ໃນ​ລາດ​ຊະ​ວັງ​ເຫ​້ວ ໃນ​ຍາມ​ຄ່ຳ​ຄືນ (ປະ​ຈຸ​ບັນ​ໄດ້​ເປີດ​ປະ​ຕູ​ຮອດ 19 ໂມງ​ເທົ່​ານັ້ນ), ອອກ​ແບບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ລະ​ນຶກ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຮັບ​ໃຊ້​ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ວັດ​ຖຸ​ບູ​ຮານ​ກ່ຽວ​ຂ້ອງ​ເຖິງ​ປູ​ຊະ​ນີ​ຍະ​ສະ​ຖານ​ເຫ​້ວ.


ຂ່າວ/ບົດ​ອື່ນ