ທ່ານ ບູຍແທງເຊີນ ຮອງລັດຖະມົນຕີ
ກະຊວງການຕ່າງປະເທດ ຫວຽດນາມ
(vovworld) - ທີ່ການເຮັດວຽກລະຫວ່າງທ່ານ ບູຍແທງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Laszlo Szabo ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ເສດຖະກິດຕ່າງປະເທດ ຮຸງກາຣີ ໃນວັນທີ 10/04, ເນື່ອງໃນໂອກາດຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ. ທີ່ການເຮັດວຽກ, 2 ຝ່າຍໄດ້ເຫັນດີຕໍ່ຂໍ້ສະເໜີຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງ 2 ປະເທດ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ເພີ່ມທະວີການທາບ ທາມຄວາມເຫັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ. ທ່ານຮອງລັດຖະມົນຕີ ບູຍແທງເຊີນ ຂອບໃຈ ຮຸງກາຣີ ໄດ້ສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເຂົ້າສະພາເສດຖະກິດ - ສັງຄົມສະຫະປະຊາຊາດ (ECOSOC) ອາຍຸການ 2016 – 2018 ແລະ ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021…ຝ່າຍ ຮຸງກາຣີ ປາດຖະໜາຢາກສືບຕໍ່ຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຄື: ຄຸ້ມຄອງແຫຼ່ງນ້ຳ, ຄຸ້ມຄອງພົນລະເມືອງດ້ວຍເອເລັກໂຕນິກ, ສົ່ງຕໍ່ ແລະ ແກ້ໄຂການຂໍ້ມູນທະນາຄານ, ກໍ່ສ້າງໂຮງໝໍ…