ສະພາແຫ່ງຊາດ ຢູແກຼນ
(vovworld) - ວັນທີ 27/11, ສະພາແຫ່ງຊາດ ຢູແກຼນ ຊຸດທີ 8 ໄດ້ຈັດວາລະປະຊຸມທຳອິດ, ດ້ວຍເລື່ອງເລືອກຕັ້ງທ່ານ Vladimir Groysman ຂຶ້ນກັບ “ກຸ່ມ Poroshenko” ດຳລົງຕຳແໜ່ງປະທານສະພາແຫ່ງຊາດ. ທ່ານ Groysman ໄດ້ຮັບບັດສະໜັບສະໜູນ 359 ບັດທີ່ສະພາແຫ່ງຊາດ. ຄາດວ່າ, ສະພາແຫ່ງຊາດ ຢູແກຼນ ຈະປ່ອນບັດເລືອກຕັ້ງຮອງປະທານ 2 ທ່ານໃນວັນທີ 2/12 ຈະມາເຖິງ. ກ່ອນໜ້ານັ້ນ, 5 ພັກຝ່າຍໃນສະພາແຫ່ງຊາດໃໝ່ຂອງ ຢູແກຼນ ໄດ້ສ້າງຕັ້ງສຳພັນທະມິດດ້ວຍຊື່ວ່າ “ຢູແກຼນຂອງ ເອີລົບ”. ສຳພັນທະມິດນີ້ມີສະມາຊິກສະພາແຫ່ງຊາດ 302 ທ່ານ. ຕາມຂໍ້ຕົກລົງສຳພັນທະມິດແລ້ວ, ບັນດາຝ່າຍເຂົ້າຮ່ວມສຳພັນທະມິດກຳອຳນາດຢັ້ງຢືນໜ້າທີ່ຕົ້ນຕໍ່ຂອງສຳພັນທະມິດແມ່ນຮັບປະກັນຄວາມສາມາດປ້ອງກັນປະເທດຂອງ ຢູແກຼນ, ຟື້ນຟູການເຕີບໂຕເສດຖະກິດ, ປົກປ້ອງສິດ ແລະ ຄວາມເສລີຂອງພົນລະເມືອງປະເທດ ເອີລົບ ຕາເວັນອອກນີ້.