ລູກປືນໃຫຍ່ຈາກ ຊີຣີ ໄດ້ຕົກໃສ່ ສູນການແພດຂອງ ຕວກກີ

ລູກປືນໃຫຍ່ຈາກ ຊີຣີ ໄດ້ຕົກໃສ່ ສູນການແພດຂອງ ຕວກກີ - ảnh 1
ລູກປືນ​​ໃຫຍ່ລູກ​ໜຶ່ງ​ຈາກ ຊີຣີ​ໄດ້ຕົກໃສ່​​ດິນ​ແດນ​ຂອງ​ຕວກກີ
(ພາບ: internet )


Vovworld-ວັນ​ທີ 23/10, ລູກປືນ​​ໃຫຍ່ລູກ​ໜຶ່ງ​ຈາກ ຊີຣີ​ໄດ້ຕົກໃສ່​​ເປົ້າ​ໝາຍ​ສູນ​ການ​ແພດ​ແຫ່ງ​ໜຶ່ງ​ຂອງ​ຕວກກີທີ່​ເມືອງ Reyhanli , ​ແຂວງ Hatay. ​ ປະຈຸ​ບັນ, ຍັງ​ບໍ່​ທັນ​ຮູ້​ແຈ້ງວ່າ Ankara ຈະ​ໂຕ້​ຕອບ​ກໍລະນີຍິງ​ປືນ​ດັ່ງກ່າວ​ຫຼື​ບໍ່. ​ໃນ​ຊຸມ​ວັນ​ມໍ່ໆ​ມາ​ນີ້, ຕວກກີ​ໄດ້​ເພີ່ມ​ທະວີ​ການ​ຜັນ​ຂະຫຍາຍ​ກຳລັງ​ທະຫານ​ຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນກັບ​ຊີຣີ, ພ້ອມ​ທັງ​ໄດ້​ໂຕ້​ຕອບ​ບາງ​ກໍລະນີ​ຍິງ​ປືນ​ພາດ​ເປົ້າ​ໝາຍ​ຈາກ​ບັນດາ​ກໍລະນີ​ຍິງ​ປະ​ທະ​ກັນ​ລະຫວ່າງຝ່າຍ​​ຄ້ານ ​ແລະ ກອງທັບ​ລັດຖະບານ​ຢູ່​ຊີຣີ. ຫວ່າງ​ແລ້ວ​ນີ້, ນາຍພົນ Necdet Ozel ​ເສນາ​ທິການ​ໃຫຍ່​ກອງທັບ​ຕວກກີໄດ້​ກ່າວ​ເຕືອນ​ວ່າ ທະຫານ​ຂອງ​ທ່ານ​ຈະ​ໂຕ້​ຕອບ​ຢ່າງ​ແຂງ​ແຮງ​ກ່ວາ​ຖ້າ​ຫາກ​ລູກປືນ​ຈາກ​ຊີ້​ຮີ​ສືບ​ຕໍ່ຖືກ​ຍິງ​ເຂົ້າ​ດິນ​ແດນ​ຂອງ​ຕວກກີ .

ຂ່າວ/ບົດ​ອື່ນ