ເຂດອຸດສາຫະກຳຢູ່ເຂດ ໜອງສະໄໝລາຊະວົງໝາກ
(vovworld) – ທ່ານນາຍົກລັດຖະມົນຕີຫາກໍ່ເຫັນດີຕໍ່ແຜນນະໂຍບາຍການລົງທຶນກໍ່ສ້າງໂຄງການພັດທະນາບັນດາທ່າກ່ຳປັ່ນ ແລະ ເຂດອຸດສາຫະກຳຢູ່ເຂດ ໜອງສະໄໝລາຊະວົງໝາກ ເທດສະບານ ກວາງອຽນ ແຂວງ ກວາງນິງ. ໂຄງການມີຂອບຂະໜາດເນື້ອທີ່ກ່ວາ 1.100 ເຮັກຕາ ດ້ວຍໄລຍະເວລາປະຕິບັດ 50 ປີ. ຍອດຈຳນວນເງິນລົງທຶນເກືອບ 7000 ຕື້ດົ່ງ. ທ່ານນາຍົກລັດຖະມົນຕີໄດ້ມອບໃຫ້ຄະນະກຳມະການປະຊາຊົນແຂວງ ກວາງນິງ ຊີ້ນຳຄະນະຄຸ້ມຄອງເຂດເສດຖະກິດພິຈາລະນາ, ສະໜອງໜັງສືອະນຸຍາດຈົດທະບຽນລົງທຶນໃຫ້ໂຄງການ, ຊັ່ງຊາເລື່ອງສະໜອງໃບອະນຸຍາດການລົງທຶນໃຫ້ໂຄງການຕາມບັນດາໄລຍະ ເພື່ອຮັບປະກັນເລື່ອງປະຕິບັດການລົງທຶນຖືກຕາມ ຄວາມຄືບໜ້າ. ທ່ານນາຍົກລັດຖະມົນຕີກໍ່ມອບໃຫ້ຄະນະກຳມະການປະຊາຊົນແຂວງ ກວາງນິງ ຮຽກຮ້ອງບັນດາເຈົ້າຂອງລົງທຶນສ້າງບົດລາຍງານຕີລາຄາການກະທົບເຖິງສິ່ງແວດລ້ອມ ແລະ ຍື່ນສະເໜີຕໍ່ຂັ້ນມີສິດອຳນາດເຊັນອະນຸມັດ, ຕິດຕາມກວດກາການປະຕິບັດບັນດາໂຄງການທີ່ມີໄພສົ່ງຜົນກະທົບເຖິງຕໍ່ສິ່ງແວດລ້ອມ.