ລົງມືກໍ່ສ້າງເສັ້ນທາງດ່ວນເຊື່ອມຕໍ່ກວາງນິງກັບຫາຍຝ່ອງ

ລົງມືກໍ່ສ້າງເສັ້ນທາງດ່ວນເຊື່ອມຕໍ່ກວາງນິງກັບຫາຍຝ່ອງ - ảnh 1
ພາບປະກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 13/9, ຢູ່​ກວາງ​ນິງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ອອກ​ຄຳ​ສັ່ງ​ເລີ່​ມລົງມື​ກໍ່ສ້າງ​ໂຄງການ​ເສັ້ນທາງ​ດ່ວນທີ່ ເຊື່ອມ​ຕໍ່​ນະຄອນ​ຮ້າ​ລອງ (ກວາງ​ນິງ) ກັບ​ຂົວ​ແບກ​ດັ່ງ (ຫາຍ​ຝ່ອງ). ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ, ການ​ລະດົມ​ບັນດາ​ແຫຼ່ງກຳລັງ​ຂອງ​ພາກສ່ວນ​ເສດຖະກິດ​ຕ່າງໆ ​ແລະ ຂອງ​ທົ່ວ​ສັງຄົມ ​ແລະ ສະຫງວນ​ແຫຼ່ງທຶນ​ຈາກງົບປະມານ​ແຫ່ງ​ລັດ​ເພື່ອ​ກໍ່ສ້າງ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ - ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂອດ​ບຸກທະລຸ​ຍຸດ​ທະ​ສາດ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ຢ່າງ​ໄວ ​ແລະ ໝັ້ນຄົງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ່​ຊີ້​ນຳ​ໃຫ້​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ, ກະຊວງ​ແຜນການ ​ແລະ ລົງທຶນ ສົມທົບ​ກັບ​ທ້ອງ​ຖີ່​ນຮີບ​ເຮັ່ງ​ເຮັດ​ວຽກ​ກັບ​ຝ່າຍ​ຍີ່ປຸ່ນ​ເພື່ອ​ຈັດ​ວາງ​ແຫຼ່ງທຶນ ​ແລະ ບັນດາ​ເງື່ອນ​ໄຂ​ຈຳ​ເປັນ​ແນ​ໃສ່​ລົງມື​ກໍ່ສ້າງ​ໂຄງການ​ຂົວ​ແບກ​ດັ່ງ ​ແລະ ສູ້​ຊົນ​ນຳ​ຂົວ​ແບກ​ດັ່ງ​ເຂົ້າ​ໃຊ້​ການ, ພ້ອມ​ກັບ ເສັ້ນທາງ​ດ່ວນທີ່ເຊື່ອມ​ຕໍ່​ນະຄອນ​ຮ້າ​ລອງ (ກວາງ​ນິງ) ກັບ​ຂົວ​ແບກ​ດັ່ງ (ຫາຍ​ຝ່ອງ). ຮ່າ​ໂນ້ຍ ​ແລະ ຮ້າ​ລອງ ຈະ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ກັນ​ດ້ວຍ​ທາງ​ດ່ວນ, ປະກອບສ່ວນ​ປັບປຸງ​ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ເຂດ​ສາມຫຼ່ຽມ​ເສດຖະກິດ​ຈຸດ​ສຸມ​ທາງ​ພາກ​ເໜືອ​ເວົ້າ​ສະ​ເພາະ ​ແລະ ​ເຂດ​ເສດຖະກິດ​ຈຸດ​ສຸມ​ທາງ​ພາກ​ເໜືອ​ກັບ​ທົ່ວ​ປະ​ເທດ​ເວົ້າ​ລວມ.

        ​ໂຄງການ ເສັ້ນທາງ​ດ່ວນທີ່ ເຊື່ອມ​ຕໍ່​ນະຄອນ​ຮ້າ​ລອງ -ຫາຍ​ຝ່ອງມີ​ຄວາມ​ຍາວ 25 ກມ, ປະກອບ​ດ້ວຍ 4 ​ແລວ, ຄວາມ​ໄວ​ອອກ​ແບບ​ແມ່ນ 100 ກມ/ຊົ່ວ​ໂມງ, ດ້ວຍ​ມູນ​ຄ່າ​ທັງ​ໝົດ​ແມ່ນ 6.400 ຕຶ້ດົ່ງ. ​ເຊິ່ງຈະ​ກໍ່ສ້າງ​ສຳ​ເລັດ​ໃນ​ປີ 2016. ​ເລື່ອງ​ກໍ່ສ້າງ​ສຳ​ເລັດເສັ້ນທາງ​ດ່ວນທີ່ ເຊື່ອມ​ຕໍ່​ນະຄອນ​ຮ້າ​ລອງ -ຫາຍ​ຝ່ອງ ຈະ​ຫລຸດ​ໄລຍະ​ທາງ​ລະຫວ່າງ​ຮ້າ​ລອງ - ຫາຍ​ຝ່ອງລົງເຫຼືອພຽງ 25 ກມ, ປະຈຸ​ບັນ​ແມ່ນປະມານ 70 ກມ.

ຂ່າວ/ບົດ​ອື່ນ