ລົງມືກໍ່ສ້າງເຮືອນຢູ່ໝູ່ບ້ານຊາວໜຸ່ມເຂດຊາຍແດນຫວຽດນາມ - ລາວ

ລົງມືກໍ່ສ້າງເຮືອນຢູ່ໝູ່ບ້ານຊາວໜຸ່ມເຂດຊາຍແດນຫວຽດນາມ - ລາວ - ảnh 1
ພິ​ທີລົງມືກໍ່ສ້າງເຮືອນຢູ່ໝູ່ບ້ານຊາວໜຸ່ມເຂດຊາຍແດນ
ຫວຽດນາມ - ລາວ
(ພາບ: Công Tường/Vietnam+)

(vovworld) - ​ວັນ​ທີ 8/4, ຢູ່​ໝູ່​ບ້ານ​ມິດຕະພາບ​ຊາວ​ໜຸ່ມ​ເຂດ​ຊາຍ​ແດນ​ລາວ - ຫວຽດນາມ, ​ເມືອງ​ຄຳ​ເກີດ, ​ແຂວງ​ບໍລິ​ຄຳ​ໄຊ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ, ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ ປະຕິວັດ​ລາວ ​ແລະ ກຸ່ມ​ບໍລິສັດ​ຢາງພາລາ​ຫວຽດນາມ, ຈັດ​ຕັ້ງ​ພິທີ​ ລົງມື​ກໍ່ສ້າງ​ເຮືອນ​ຢູ່​ໃນ​ໝູ່​ບ້ານ​ຊາວ​ໜຸ່ມ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ​ແລະ ຜັນ​ຂະຫຍາຍ​ເຂດ​ສະ​ແດງ​ເຕັກນິກ​ກະ​ສີ​ກຳ​, ປ່າ​ໄມ້. ​ເລື່ອງ​ສ້າງ​ຕັ້ງ​ໝູ່​ບ້ານ​ຊາວ​ໜຸ່ມ ​ແລະ ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ເຮືອນ​ຢູ່ ​ເພື່ອ​ແນ​ໃສ່​ເຕົ້າ​ໂຮມ ຮັບ​​ເອົາບັນດາ​ຄອບຄົວ​ຊາວ​ໜຸ່ມ​ມາ​ດຳລົງ​ຊີວິດ, ກໍ່​ຮ່າງ​ສ້າງ​ຕົວ​ໃນ​ໄລຍະ​ຍາວ​ຂອງ​ໂຄງການ, ​ເປັນ​ແກ່ນສານພັດທະນາ​ເສດຖະກິດ​ສັງຄົມ, ກໍ່ສ້າງ​ເຂດ​ຊຸມ​ຊົນ​ໃໝ່​ພັດທະນາ​ແບບ​ຍືນ​ຍົງ. ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ.

        ໝູ່​ບ້ານ​ມິດຕະພາບ​ຊາວ​ໜຸ່ມ​ເຂດ​ຊາຍ​ແດນ​ລາວ - ຫວຽດນາມ​, ມີ​ເນື້ອ​ທີ່ 1.000 ກວ່າ​ເຮັກຕາ, ດ້ວຍ​ຍອດ​ມູນ​ຄ່າ​ເກືອບ 60 ຕື້​ດົ່ງ, ​ເລີ່​ມ​ຜັນ​ຂະຫຍາຍ​ແຕ່​ປີ 2012 ​ແລະ ​​ໄດ້ເປີດ​ສະຫຼອງ​​​ນຳ​ເຂົ້າ​ໃຊ້​ການເມື່ອປີ 2014. ໝູ່​ບ້ານ​ມິດຕະພາບ​ຊາວ​ໜຸ່ມ​ເຂດ​ຊາຍ​ແດນ​ລາວ - ຫວຽດນາມ ​ເພື່ອ​ແນ​ໃສ່​ດຶງ​ດູດ, ຮັບ​ເອົາ​ບັນດາ​ຄອບຄົວ​ຊາວ​ໜຸ່ມ​ລາວ​ກໍ່​ຮ່າງ​ສ້າງ​ຕົວ​ໃນ​ໄລຍະ​ຍາວ, ​ເປັນ​ແກ່ນສານ​ພັດທະນາ​ເສດຖະກິດ. ປະຈຸ​ບັນ, ກຸ່ມ​ບໍລິສັດ​ຢາງພາລາ​ຫວຽດນາມ ປູກ​ຢາງພາລາ​​ໃໝ່ໄດ້ 400 ​ເຮັກຕາ, ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ໜຸ່ມ​ລາວ.

ຂ່າວ/ບົດ​ອື່ນ