(vovworld) - ວັນທີ 31/12, ສະຖາບັນຄົ້ນຄ້ວານິຕິບັດຍັດຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ບັນດາເນື້ອໃນພື້ນຖານຂອງລັດຖະທຳມະນູນປະເທດ ສສ ຫວຽດນາມ (ສະບັບປັບປຸງ) 2013”.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຟານຈູງລິ໋, ປະທານກຳມາທິການກົດໝາຍຂອງສະພາແຫ່ງຊາດ, ຫົວໜ້າຄະນະຮຽບຮຽງລັດຖະທຳມະນູນປີ 1992 (ສະບັບປັບປຸງ), ເນັ້ນໜັກວ່າ ດ້ວຍຈິດໃຈຮັບຟັງ, ເຂົ້າໃຈ, ຮັບຮູ້, ຄັດເລືອກຈາກບັນດາການປະກອບຄຳເຫັນຂອງປະຊາຊົນ, ບັນດາອົງການມີໜ້າທີ່ທີ່ຮັບຜິດຊອບ ແລະ ສະມາຊິກສະພາແຫ່ງຊາດຫຼາຍທ່ານ ໄດ້ເຮັດວຽກຢ່າງສຸດຈິດສຸດໃຈ ເພື່ອໃຫ້ລັດຖະທຳມະນູນສະບັບປັບປຸງ ໄດ້ຮັບການຮັບຮອງເອົາ ດ້ວຍຄວາມເຫັນດີເຫັນພ້ອມຢ່າງສູງ. ລັດຖະທຳມະນູນໄດ້ສ່ອງແສງເຈດຕະນາດີ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນເປັນຈຳນວນຫຼວງຫຼາຍ.
ບົດປະກອບຄຳເຫັນຫຼາຍບົດທີ່ກອງປະຊຸມສຳມະນາຊີ້ແຈ້ງບັນດາເນື້ອໃນເຊິ່ງແມ່ນເນື້ອໃນໃໝ່ໃນລັດຖະທຳທະນູນສະບັບປັບປຸງ, ຮັບປະກັນລັກສະນະສືບທອດຂອງລັດຖະທຳມະນູນສະບັບກ່ອນໆນີ້.