ລັດຖະບານຈັດວາລະປະຊຸມປະຈຳເດືອນ11/2016
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານວາລະປະຊຸມຂອງລັດຖະບານປະຈຳເດືອນ 11/2016
|
(vovworld) – ຕອນບ່າຍວັນທີ 28/11, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານວາລະປະຊຸມຂອງລັດຖະບານປະຈຳເດືອນ 11/2016. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເປັນເຈົ້າການປະຕິບັດບັນດາໜ້າທີ່ເສດຖະກິດ - ສັງຄົມໃນປີ 2017 ໂດຍໄວ. ທ່ານນາຍົກລັດຖະມົນຕີກໍ່ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະຕິບັດມະຕິສູນກາງຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບການກໍ່ສ້າງ, ປັບປຸງພັກ, ສະກັດກັ້ນ, ຍູ້ການຊຸດໂຊມດ້ານແນວຄິດການເມືອງ, ແບບແຜນການດຳລົງຊີວິດ, ບັນດາການສະແດງ “ຜັນປ່ຽນເອງ”, “ຫັນປ່ຽນເອງ” ພາຍໃນພັກໃຫ້ຖອນໄປ.
ຕໍ່ໜ້າບາງບັນຫາເສດຖະກິດ - ສັງຄົມພວມເກີດຂຶ້ນໃນປະຈຸບັນ, ເຊິ່ງອາດຈະສົ່ງຜົນກະທົບເຖິງການປະຕິບັດແຜນການເສດຖະກິດ - ສັງຄົມ ປີ 2016 ແລະ ໄຕມາດທີ 1/2017, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການມີມາດຕະການແກ້ໄຂໂດຍໄວ. ສຳລັບການເໜັງຕີງອັດຕາແລກປ່ຽນເງິນຕາບັນດາຂະແໜງຕ້ອງຕິດຕາມສະພາບການເພື່ອມີມາດຕະການຮັບມືຢ່າງທັນການ. ໄປຄຽງຄູ່ກັນນັ້ນ, ຕ້ອງແກ້ໄຂໜີ້ເສຍ, ແກ້ໄຂບັນດາທະນາຄານທີ່ຍັງອ່ອນດ້ອຍ, ເອົາໃຈໃສ່ເຖິງບັນຫາຄວບຄຸມໜີ້ສາທາລະນະ, ຕີລາຄາຜົນກະທົບຂອງສະພາບການສາກົນເຖິງພາຍໃນປະເທດຢ່າງຖືກຕ້ອງ, ພິເສດແມ່ນພາຍຫຼັງການເລືອກຕັ້ງປະທານາທິບໍດີ ອາເມລິກາ.
ຍັງມີເວລາອີກ 2 ເດືອນກໍ່ຈະຮອດບຸນປີໃໝ່ປະຈຳຊາດ 2017, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ປຶກສາຫາລືເລື່ອງເອົາໃຈໃສ່ເບິ່ງແຍງເຖິງການຕ້ອນຮັບບຸນເຕັດໃຫ້ປະຊາຊົນ, ພິເສດແມ່ນປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເຂດຖືກຜົນສະທ້ອນຈາກໄພພິບັດທຳມະຊາດ.