ທ່ານ ເຈືອງຮ່ວາບີງ ຕ້ອນຮັບຄະນະຜູ້ແທນສະມາຄົມ
ຜູ້ປະສົບເຄາະຮ້າຍຈາກທາດພິດ ສີສົ້ມ/ດີໂອຊີນ
(ພາບ: VGP)
(vovworld) – ໃນຕອນບ່າຍວັນທີ 07/06 ຢູ່ຮ່າໂນ້ຍ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບີງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊີນ ແຂວງກວາງນາມ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ແບ່ງປັນກັບຜູ້ປະສົບເຄາະຮ້າຍຈາກທິດພິດສີສົ້ມ / ດີໂອຊີນຢ່າງເລິກເຊິ່ງ ກ່ຽວກັບຄວາມເຈັບແສບ ໂດຍຜົນຮ້າຍຢ້ອນຫລັງຂອງທາດພິດ ເຄມີ ຊຶ່ງກອງທັບ ອາເມລິກາ ນຳໃຊ້ໃນສົງຄາມຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເໜີແຂວງ ກວາງນາມ ປະຕິບັດວຽກງານເບິ່ງແຍງດູແລ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ນ/ດີໂອຊີນ ໃຫ້ດີກ່ວາອີກ ເພື່ອໃຫ້ເຂົາເຈົົ້າສ້າງການດຳລົງຊີວິດເປັນປົກກະຕິໂດຍໄວ ເພື່ອເຊື່ອມຕົວກັບປະຊາຄົມ.