ລັດຖະບານປະກາດໃຊ້ມະຕິກ່ຽວກັບໜ້າທີ,ມາດຕະການເພື່ອປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມປີ2015

ລັດຖະບານປະກາດໃຊ້ມະຕິກ່ຽວກັບໜ້າທີ,ມາດຕະການເພື່ອປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມປີ2015 - ảnh 1
ພາບ​ປະ​ກອບ

(vovworld) – ​​ ລັດ​ຖະ​ບານ​ປະ​ກາດ​ໃຊ້​ມະ​ຕິ​ກ່ຽວ​ກັບ​ໜ້າ​ທີ, ມາດ​ຕະ​ການ​ເພື່ອ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ປີ 2015, ມະ​ຕິ​ຊີ້​ແຈ້ງ​ຈຸດ​ໝາຍ​ສັງ​ລວມ​ຂອງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ປີ 2015 ໂດຍ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ແມ່ນ: ເພີ່ມ​ທະ​ວີ​ການ​ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ. ປະ​ຕິ​ບັດ​ບັນ​ດາ​ບຸກ​ທະ​ລຸ​ຍຸດ​ທະ​ສາດ​ຢ່າງ​ແຮງ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຕິດ​ພັນ​ກັບ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ປະ​ສິດ​ທິ​ຜົນ ແລະ ກຳ​ລັງ​ແກ່ງ​ແຍ້ງ, ສຸ​້​ຊົນ​​ເພື່ອ​ໃຫ້​ລະ​ດັບເຕີບ​ໂຕ​ສູງ​ກ່​ວາ​ປີ 2014. ສືບ​ຕໍ່​ພັດ​ທະ​ນາ​ບັນ​ດາ​ຂົງ​ເຂດ​ສັງ​ຄົມ, ວັດ​ທະ​ນະ​ທຳ, ສຶກ​ສາ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລຢ​ີ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ຍູ້​ແຮງ​ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ປະ​ຕ​ິ​ຮູບ​ດ້ານ​ຕຸ​ລາ​ການ, ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ປະ​ຕິ​ບັດ​ການ​ປະ​ຢັດ, ຕ້ານ​ການ​ຟຸມ​ເຟືອຍ. ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ຢ່າງ​ໝັ້ນ​ຄົງ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ຄວາມ​ປອດ​ໄພ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ. ຍົກ​ສູງວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ, ເຊື່ອມ​ໂຍງ ແລະ ຮ່ວມ​ມື​​ກັບສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

        ລະ​ອຽດ​ຄື, ເພື່ອ​ເປັນ​ເຈົ້າ​ການ, ມີ​ໄຫວ​ພິບ​ໃນ​ການປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ເງິນ​ຕາ​, ລັດ​ຖະ​ບານ​ຮຽກ​ຮ້ອງ​ໃຫ້​ທະ​ນາ​ຄານ​ແຫ່ງ​ລັດ ຫວຽດ​ນາມ ເປັນ​ເຈົ້າ​ການ, ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ອົງ​ການ, ທ້ອງ​ຖິ່ນ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາຢ່າງ​ເປັນ​ເຈົ້າ​ພາບ, ສົມ​ທົບ​ ​ກັບ​ນະ​ໂຍ​ບາຍ​ການ​ເງິນ​ຢ່າງ​ແໜ້ນ​ແຟ້ນເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ຄວບ​ຄ​ຸ​ມ​ໄພ​ເງິນ​ເຟີ້​ຕາມ​ຈຸດ​ໝາຍ​ທີ່​ໄດ້ວາງ​ອອກ, ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ໜູນ​ຊ່ວຍ​ພັດ​ທະ​ນາ​ຕະຫຼາດ​ການ​ເງິນ, ຕະຫຼາ​ດ​ຫຼັກ​ຊັບ​ເພື່ອ​ເພີ່ມ​ທະ​ວີ​​ຄວາມ​ສາ​ມາດ​ລະ​ດົມ​ທຶນ​ໃຫ້​ແກ່​ການ​ລົງ​ທຶນ​ພັດທະ​ນາ.

        ລັດ​ຖະ​ບານກໍ່​ຊີ້​ນຳ​ບັນ​ດາ​ກະ​ຊວງ, ອົງ​ການ​ສູນ​ກາງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ​ມາ​ນະ​ພະ​ຍາ​ຍາມ​ສຸ້​ຊົນ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ, ໜ້າ​ທີ່​ຢ່າງ​ສູງ​ສຸດ​ຄື: ປະ​ຕິ​ບັດ​ນະ​ໂຍ​ບາຍ​​ປີການ​ເງິນ​ຢ່າງ​ແໜ້ນ​ແຟ້ນ, ປະ​ຢັດ, ມີ​ປ​ະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ຕະຫຼາດ, ລາ​ຄາ, ສຸ້​ຊົນ​ຮອດ​ທ້າຍ​ປີ 2015 ​ຫລຸດອັດ​ຕາ​ໜີ້​ເສຍ​​ລົງ​ລະ​ດັບ​ຕ່ຳ​ກ່​ວາ 3%, ສືບ​ຕໍ່​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິ​ດ​ຄືນ​ໃໝ່…

ຕອບກັບ

ຂ່າວ/ບົດ​ອື່ນ