(vovworld) - ກອງປະຊຸມຜ່ານເຄື່ອຂ່າຍອີນເຕີແນດຂອງລັດຖະບານ ກັບບັນດາທ້ອງຖິ່ນ ເພື່ອຜັນຂະຫຍາຍມະຕິຂອງສະພາແຫ່ງຊາດກ່ຽວກັບໜ້າທີ່ພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2013 ຈະດຳເນີນໃນວັນທີ 26 – 27/12. ເຂົ້າຮ່ວມກອງປະຊຸມມີບັນດາສະມາຊິກຂອງລັດຖະບານ. ນອກຈາກບັນດາລັດຖະມົນຕີ, ຈະມີຮອງຫົວໜ້າຫ້ອງວ່າການ, ຫົວໜ້າກົມແຜນການ ແລະ ການເງິນຂອງບັນດາກະຊວງ, ອົງການທີ່ເຂົ້າຮ່ວມ. ສ່ວນຢູ່ບັນດາທ້ອງຖິ່ນມີການເຂົ້າຮ່ວມຂອງເລຂາຄະນະພັກແຂວງ, ນະຄອນ, ປະທານສະພາປະຊາຊົນ, ປະທານຄະນະກຳມະການປະຊາຊົນ, ຫົວໜ້າບັນດາພະແນກ, ຄະນະ, ຂະແໜງການບັນດາເມືອງ.