ລັດຖະບານຫວຽດນາມດຳເນີນກອງປະຊຸມປະຈຳເດືອນ 4
ກອງປະຊຸມປະຈຳເດືອນ 4 ຂອງ ລັດຖະບານ
(ພາບ:baodientu.chinhphu)
|
ວັນທີ 26/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸ້ງ ໄດ້ເປັນປະທານ ກອງປະຊຸມປະຈຳເດືອນ 4 ຂອງ ລັດຖະບານ ແນໃສ່ຕີລາຄາສະພາບການເສຖະກິດ-ສັງຄົມໃນເດືອນ 4 ແລະ 4 ເດືອນຕົ້ນປີ 2013. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸ້ງ ໄດ້ຊີ້ແຈ້ງວ່າ ໃນ 4 ເດືອນທີ່ຜ່ານມາ, ສະພາບເສດຖະກິດ-ສັງຄົມໃນທຸກດ້ານສືບຕໍ່ມີການຫັນປ່ຽນ ແລະ ບັນລຸໝາກຜົນຢ່າງຕັ້ງໜ້າ ນັບທັງໃນການຈຳກັດໄພເງິນເຟີ້, ສ້າງ ເສດຖະກິດມະຫາພາກ ເປັນປົກກະຕິ, ຮັກສາການເຕີບໂຕ, ຮັບປະກັນ ຊີວິດສັງຄົມ. ແຕ່ຍັງບາງຂົງເຂດຍັງຊັກຊ້າ ແລະ ປະສົບກັບຄວາມຫຍຸ້ງຍາກ, ສິ່ງຄ້າງຄ່າຫຼາຍຢ່າງໃນການປະຕິບັດ. ທ່ານນາຍົກ ລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸ້ງ ເນັ້ນໜັກວ່າ : “ ພວກເຮົາຕ້ອງປະຕິບັດຢ່າງຂ້ຽວຂາດ ແລະ ທັນການ. ສິ່ງໃດທີ່ສື່ມວນຊົນ ແລະ ປະຊາຊົນຄົ້ນພົບວ່າ ຍັງບໍ່ທັນແທດເໝາະ, ພວກເຮົາຕ້ອງປັບປຸງໃນທັນທີ. ຂ້າພະເຈົ້າສະເໜີບັນດາລັດຖະມົນຕີໃຫ້ການຊີ້ນຳກວດກາຄືນຢ່າງຂ້ຽວຂາດ. ຂົງເຂດຂອງລັດຖະມົນຕີທ່ານໃດ, ແມ່ນຕ້ອງສ້າງລະບອບ, ກົນໄກໃຫ້ສົມບູນແບບເພື່ອປະຕິບັດ. ຂ້າພະເຈົ້າເຄີຍຕັກເຕືອນ ບັນດາລັດຖະມົນຕີວ່າ ກົນໄກນະໂຍບາຍແມ່ນສຳຄັນອັນດັບໜຶ່ງ.