ລັດຖະບານຫວຽດນາມປາດຖະໜາຢາກຊຸກຍູ້ການຮ່ວມມືໃນຫລາຍຂົງເຂດຊຶ່ງອັງກິດມີທ່າແຮງ

ລັດຖະບານຫວຽດນາມປາດຖະໜາຢາກຊຸກຍູ້ການຮ່ວມມືໃນຫລາຍຂົງເຂດຊຶ່ງອັງກິດມີທ່າແຮງ - ảnh 1
​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນ​ນິງ
ຕ້ອນຮັບທ່ານ David Terence Puttnam
(ພາບ: TTXVN)

(vovworld) – ​​​    ລັດຖະບານ​ ຫວຽດນາມ ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ​ ຊຶ່ງ​ ອັງກິດ​ ມີ​ທ່າ​ແຮງ, ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນ​ນິງ ທີ່​ການ​ຕ້ອນຮັບທ່ານ David Terence Puttnam, ທູດ​ພິ​ເສດ​ດ້ານການ​ຄ້າ​ຂອງ​ນາຍົກລັດ​ຖະມົນຕີ ລາຊະ​ອານາຈັກ ອັງກິດ ​ໃນ​ຕອນ​ບ່າຍ​ວັນ​ທີ 9/9 ຢູ່​ໂຮງ​ແຮມ The Kensington Hotel, ລອນ​ດອນ, ລາຊະ​ອານາຈັກ ອັງກິດ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ຈະ​ສ້າງທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ບັນດາ​ວິ​ສາ​ຫະກິດ ລາຊະ​ອານາຈັກ ອັງກິດ ​ເວົ້າ​ສະ​ເພາະ ​ເມື່​ອ​ເຂົ້າ​ລົງທຶນ​ຢູ່ ຫວຽດນາມ. ພ້ອມກັນ​ນັ້ນ, ທ່ານ ຫວູວັນ​ນິງ ກໍ​ສະ​ແດງ​​ຄວາມ​ປາດ​ຖະໜາ​ວ່າ “ງານ​ບຸນ​ຄົ້ນ​ຫາ ຫວຽດນາມ” ທີ່ດຳ​ເນີນ​ຢູ່​ນະຄອນຫລວງ ລອນ​ດອນ ​ໃນ​ລະຫວ່າງ​ວັນ​ທີ 12 – 13/9 ມາ​ເຖິງ ຈະ​ແນະນຳ​ໄດ້​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ ຫວຽດນາມ ກໍ​ຄື​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ປະ​ເທດ​ຊາດ, ຊາວ ຫວຽດນາມ ​ເຖິງ​ປະຊາຊົນ ລາຊະ​ອານາ​ຈັກ ອັງກິດ.

        ສ່ວນ​ທ່ານ ທູ​ດພິ​ເສດດ້ານ​ການ​ຄ້າຂອງ​ນາຍົກລັດຖະມົນຕີ ລາຊະ​ອານາຈັກ ອັງກິດ, David Terence Puttnam ​ເນັ້ນ​ໜັກ​ວ່າ​: ພວກ​ຂ້າພະ​ເຈົ້າ​ມານະ​ພະຍາຍາມ​ໃນ 2 ປີ​ຈະ​ມາ​ເຖິງ, ລາຊະ​ອານາຈັກ ອັງກິດ ​ຈະ​ຖືກ​ຈັດ​ໃນ​ຈຳນວນ​ 10 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່ລົງທຶນ​ເຂົ້າ ຫວຽດນາມ.

        ລາຊະ​ອານາຈັກ ອັງກິດ ​ແມ່ນ​ສະຖານ​ທີ່​​ຢ້ຽມຢາມ ​ແລະ ​ເຮັດ​ວຽກທຳ​ອິດ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ຢູ່ ​ເອີຣົບ ​ໃນ​ລະຫວ່າງ​ວັນ​ທີ 9 – 18/9/2015.


ຂ່າວ/ບົດ​ອື່ນ