ລັດຖະບານຫວຽດນາມສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືດ້ານປ້ອງກັນຄວາມສະຫງົບ
ທ່ານ ຫງວຽນເຕີ໋ນຢຸງ ຕ້ອນຮັບ ບັນດາຫົວໜ້າຄະນະຜູ້ແທນສາກົນເຂົ້າຮ່ວມ
ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຕຳຫລວດປະຊາຊົນຫວຽດນາມ
(ພາບ: VGP/NhatBac)
(vovworld) – ຕອນບ່າຍວັນທີ 18/8, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ໄດ້ໃຫ້ການຕອນຮັບບັນດາຫົວໜ້າຄະນະຜູ້ແທນສາກົນ ໂດຍທ່ານລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ລາວ ສົມແກ້ວ ສີລະວົງ ນຳໜ້າ. ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຕຳຫລວດປະຊາຊົນ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຢືນຢັນວ່າ: ລັດຖະບານ ຫວຽດນາມ ສະໜັບສະໜູນ ແລະ ສືບຕໍ່ສ້າງບັນດາເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຊຽນ, ຈີນ, ລັດເຊຍ, ກຸບາ ແລະ ບັນດາກຳລັງປ້ອງກັນຄວາມສະຫງົບ, ຕຳຫລວດ, ວຽກງານພາຍໃນ, ການສືບຂ່າວຂອງບັນດາປະເທດ ແລະ ບັນດາອົງການ Aseanpol, Interpol. ພິເສດແມ່ນການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ອາດຊະຍາກຳຢາເສບຕິດ, ອາດຊະຍາກຳການຄ້າມະນຸດ, ການຄ້າແມ່ຍິງ ແລະ ເດັກ, ອາດຊະຍາກຳເຕັກໂນໂລຊີສູງ; ການຕ້ານກໍ່ການຮ້າຍ; ແລກປ່ຽນບົດຮຽນໃນການເຄື່ອນໄຫວດ້ານວິຊາການ; ຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນໃນການບຳລຸງສ້າງພະນັກງານ…
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ສົມແກ້ວ ສີລະວົງ ເຊື່ອໝັ້ນວ່າ: ກຳລັງຕຳຫລວດປະຊາຊົນ ຫວຽດນາມ ຈະສືບຕໍ່ມີການປະກອບສ່ວນອັນໃຫຍ່ຫຼວງກວ່າອີກໃນພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດ ຫວຽດນາມ. ພ້ອມທັງເປີດກ້ວາງການພົວພັນ ແລະ ການຮ່ວມມືມີປະສິດທິຜົນຢ່າງບໍ່ຢຸດຢັ້ງ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາອົງການປ້ອງກັນຄວາມສະຫງົບ, ຕຳຫລວດ, ວຽກງານພາຍໃນ, ການສືບລາຊະການລັບຂອງບັນດາປະເທດ, ອົງການສາກົນ.