ລັດ​ຖະ​ບານ​ຫວຽດ​ນາມ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລາວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ.ລາວ ຫງວຽນບ໊າຮຸ່ງ ຢັ້ງຢຶນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍ່ເບິ່ງແຍງດຸແລ, ມີຄວາມເອົາໃຈໃສ່ຕໍ່ປະຊາຄົມ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເວົ້າລວມ ແລະ ອາໄສຢູ່ລາວ ເວົ້າສະເພາະ.
ລັດ​ຖະ​ບານ​ຫວຽດ​ນາມ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລາວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ມອບເງິນໜູນຊ່ວຍຈາກລັດຖະບານ ຫວຽດນາມ ໃຫ້ແກ່ປະຊາຄົມ ຊາວຫວຽດນາມ ອາໄສຢູ່ລາວ (ພາບ: TTXVN)

ຕອນບ່າຍວັນທີ 6 ສິງຫາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ລາວ ຢູ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນພິທີມອບເງິນເປັນຈຳນວນ 40.000 USD  ເຊິ່ງແມ່ນຂອງຂວັນຂອງລັດຖະບານຫວຽດນາມ ທີ່ສະໜັບສະໜູນໃຫ້ແກ່ປະຊາຄົມ ຊາວຫວຽດນາມ ອາໄສຢູ່ລາວ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19.

ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ.ລາວ ຫງວຽນບ໊າຮຸ່ງ ຢັ້ງຢຶນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍ່ເບິ່ງແຍງດຸແລ, ມີຄວາມເອົາໃຈໃສ່ຕໍ່ປະຊາຄົມ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເວົ້າລວມ ແລະ ອາໄສຢູ່ລາວ ເວົ້າສະເພາະ. ນີ້ແມ່ນຂອງຂວັນໜູນຊ່ວຍພໍ່ແມ່ປະຊາຊົນອາໄສຢູ່ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19. ສະຖານທູດ ໄດ້ແຈ້ງໄປຍັງສະຖານກົງສູນໃຫຍ່ ຫວຽດນາມ ຢູ່ 3 ພາກຂອງລາວ ເພື່ອສົມທົບກັນ ກໍ່ຄືສະຫງວນການສະໜັບສະໜູນຢ່າງທັນການນີ້ໄປຍັງພໍ່ແມ່ປະຊາຊົນ, ພິເສດແມ່ນບັນດາພໍ່ແມ່ປະຊາຊົນຢູ່ບັນດາແຂວງຫ່າງໄກສອກຫຼີກ ແລະ ພວມຖືກຜົນກະທົບຢ່າງແຮງຈາກໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ