ລັດຖະບານອັງກິດ ຢັ້ງຢືນ ສືບຕໍ່ດໍາເນີນການປ່ອນບັດກ່ຽວກັບ Brexit ຄັ້ງທີີ 2 ຖືກຕ້ອງຕາມກໍານົດເວລາ

(VOVWORLD) -ລັດຖະບານ ອັງກິດ ຈະຮຽກຮ້ອງໃຫ້ບັນດາສະມາຊິກລັດຖະສະພາປ່ອນບັດເລືອກເອົາ “Brexit ບໍ່ມີຂໍ້ຕົກລົງ” ຫຼື ຕໍ່ກໍານົດເວລາ ອັງກິດ ຖອນຕົວອອກຈາກ ອີຢູ.

ແຈ້ງການຈາກຫ້ອງວ່າການນາຍົກລັດຖະມົນຕີອັງກິດ ຢັ້ງຢືນວ່າ ອັງກິດ ຍັງຄົງສືບຕໍ່ດໍາເນີນການປ່ອນບັດກ່ຽວກັບຂໍ້ຕົກລົງ Brexit ຄັ້ງທີ 2 ຖືກຕາມແຜນການໃນວັນທີ 12 ມີນາ ຈະມາເຖິງ. ແລະກໍໃນວັນດຽວກັນ, ໂຄສົກຂອງທ່ານນາງນາຍົກລັດຖະມົນຕີ Theresa May ໃຫ້ຮູ້ວ່າ ລັດຖະບານ ອັງກິດ ຕັດສິນໃຈຈະບັນລຸ “ບັນດາການປ່ຽນແປງທີ່ມີລັກສະນະຜູກມັດທາງດ້ານນິຕິກໍາ”  ສໍາລັບມາດຕາຕັດສິນຊີ້ຂາດ, ເຖິງວ່າທ່ານ Geoffrey Cox ລັດຖະມົນຕີກະຊວງ ຍຸຕິທໍາ ອັງກິດ ຫາກໍກັບມາຈາກ ອີຢູ ແຕ່ບໍ່ບັນລຸໄດ້ໝາກຜົນໃດ. 

        ໃນການປ່ອນບັດໃນວັນທີ 12 ມີນາ ຈະມາເຖິງ, ຖ້າຫາກສະພາແຫ່ງຊາດອັງກິດ ຍັງບໍ່ທັນຮັບຮອງເອົາຂໍ້ຕົກລົງ Brexit ສະບັບປັບປຸງຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May, ລັດຖະບານ ອັງກິດ ຈະຮຽກຮ້ອງໃຫ້ບັນດາສະມາຊິກລັດຖະສະພາປ່ອນບັດເລືອກເອົາ “Brexit ບໍ່ມີຂໍ້ຕົກລົງ” ຫຼື ຕໍ່ກໍານົດເວລາ ອັງກິດ ຖອນຕົວອອກຈາກ ອີຢູ. ເພື່ອຫຼີກລ້ຽງກໍລະນີບໍ່ດີອາດຈະເກີດຂຶ້ນ, ນັບແຕ່ນີ້ຈົນເຖິງກ່ອນມື້ປ່ອນບັດ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຈະມານະພະຍາຍາມຈົນສຸດຂອງສາມາດຂອງຕົນ ເພື່ອເກ້ຍກ່ອມບັນດາສະມາຊິກລັດຖະສະພາສະໜັບສະໜູນທ່ານນາງ.


ຕອບກັບ

ຂ່າວ/ບົດ​ອື່ນ