ລັດ​ຖະ​ບານ​ອັງ​ກິດ ​ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຈົ່ງ​ກະ​ກຽມ​ສິ້ນ​ສຸດ​ໄລ​ຍະ​ຂ້າມ​ຜ່ານ Brexit

(VOVWORLD) -ວັນທີ 28 ທັນວາ, ລັດຖະບານອັງກິດ ໄດ້ຊຸກຍຸ້ບັນດາວິສາຫະກິດປະເທດນີ້ ຈົ່ງກະກຽມໃຫ້ແກ່ຈຸດເວລາສິ້ນສຸດໄລຍະຂ້າມຜ່ານ Brexit (ໝາຍເຖິງວິວັດການອັງກິດ ຖອນຕົວອອກຈາກສະຫະພາບເອີລົບ ຫລື ອີຢູ).
ລັດ​ຖະ​ບານ​ອັງ​ກິດ ​ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຈົ່ງ​ກະ​ກຽມ​ສິ້ນ​ສຸດ​ໄລ​ຍະ​ຂ້າມ​ຜ່ານ Brexit - ảnh 1

ທ່ານຫົວໜ້າຫ້ອງວ່າການລັດຖະບານອັງກິດ Michael Gove

(ພາບ: AFP/TTXVN)

   ທ່ານຫົວໜ້າຫ້ອງວ່າການລັດຖະບານອັງກິດ Michael Gove  ໄດ້ຍົກອອກຄຳຮຽກຮ້ອງ ໃນສະພາບການເມື່ອວັນທີ 24 ທັນວາ,  ອັງກິດ ແລະ ອີຢູ ບັນລຸໄດ້ຂໍ້ຕົກລົງການຄ້າຫຼັງ Brexit, ພາຍຫຼັງດຳເນີນການເຈລະຈາຢ່າງເຄັ່ງຕຶ້ງເປັນເວລາເກືອບ 9 ເດືອນ.

   ຂໍ້ຕົກລົງດັ່ງກ່າວ ໄດ້ຊ່ວຍໃຫ້ບັນດາວິສາຫະກິດສອງຝ່າຍ ມີສິດສຳຜັດກັບບັນດາຕະຫຼາດຂອງກັນຢ່າງສະດວກກ່ວາອີກ ເມື່ອທຽບກັບບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO), ຮັບປະກັນວ່າ ສິນຄ້າຊື້ຂາຍລະຫວ່າງສອງຝ່າຍ ບໍ່ຕ້ອງປະເຊີນໜ້າກັບໂຄຕາ ແລະ ອາກອນ. ນັບແຕ່ວັນທີ 1 ມັງກອນປີ 2021 ເປັນຕົ້ນໄປ, ຮົ້ວຄວບຄຸມເຂດຊາຍແດນ ແລະ ພາສີ ກໍ່ຈະຖືກສ້າງຂຶ້ນລະຫວ່າງອັງກິດ ແລະ ອີຢູ. ການຈໍລະຈອນສິນຄ້າລະຫວ່າງສອງຝ່າຍ ຕ້ອງໄດ້ກວດກາ, ຄວບຄຸມ ແລະ ເຮັດບັນດາລະບຽບການດ້ານພາສີທີ່ຈຳເປັນ.

   ໄລຍະຂ້າມຜ່ານ Brexit ຈະສິ້ນສຸດໃນວັນທີ 31 ທັນວາທີ່ຈະມາເຖິງ. ນັບແຕ່ຫຼັງຈຸດເວລານີ້, ການພົວພັນລະຫວ່າງສອງຝ່າຍ ຈະປ່ຽນແປງຕາມທິດຈຳກັດກ່ວາເມື່ອທຽບກັບປະຈຸບັນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ