ລັດຖະບານອີຢີບພິຈາລະນາການຍຸບເລີກຂະບວນການອ້າຍນ້ອງຊາວມຸດສະລີມ
ການໃຊ້ຄວາມຮຸນແຮງຢູ່ອີບຢີບ
ພາບ:internet
|
(vovworld)-ວັນທີ 17/8, ໂຄສົກລັດຖະບານ ອີຢີບ, ທ່ານ Sheif Shawky ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີຊົ່ວຄາວ Hazem el Beblawi ໄດ້ສະເຫນີຢ່າງເປັນທາງການກ່ຽວກັບການຍຸບເລີກຂະບວນການອ້າຍນ້ອງຊາວມຸດສະລີມ(MB) ແລະ ບັນຫານີ້ພວມໄດ້ຮັບການພິຈາລະນາຈາກລັດຖະບານ. ຕາມທ່ານ Shawky ແລ້ວ,ນາຍົກລັດຖະມົນຕີ Beblawi ໄດ້ຮຽກຮ້ອງກະຊວງບັນດາບັນຫາສັງຄົມ ພິຈາລະນາກອບກົດໝາຍຂອງການຍຸບເລີກ MB. ຄຳຖະແຫລງດັ່ງກ່າວຖືກຍົກອອກມາໃນສະພາບການປະທະກັນໃຊ້ຄວາມຮຸນແຮງໃນເວລາ 24 ຊົ່ວໂມງຜ່ານມາ ລະຫວ່າງກຳລັງປ້ອງກັນຄວາມສະຫງົບ ແລະ ບັນດາຜູ້ສະຫນັບສະຫນູນປະທານາທິບໍດີຖືກໂຄ່ນລົ້ມ Mohamed Morsi ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 173 ຄົນ, ນຳຈຳນວນຜູ້ຖືກເສຍຊີວິດນັບແຕ່ວັນທີ 14/8 ຂຶ້ນເຖິງ 750 ຄົນ.