(vovworld) – ລັດຖະບານເດັດດຽວປະຕິບັດການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່. ນີ້ແມ່ນຄຳຢັ້ງຢືນຂອງລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວູດຶກດາມ ທີ່ການປະຊຸມຂ່າວນັດສາມັນເດືອນ 10, ເຊິ່ງຈັດຂຶ້ນຢູ່ຮ່າໂນ້ຍ ໃນວັນທີ 26/10.
ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວູດຶກດາມ ໃຫ້ຮູ້ວ່າ, ເລື່ອງລັດຖະບານສະເໜີໃຫ້ສະພາແຫ່ງຊາດຍົກເພດານລາຍຈ່າຍເກີນດຸນຈາກ 4% ຂຶ້ນ 5,3% ເພື່ອແນໃສ່ຮັບປະກັນເງິນລົງທຶນຕາມແຜນການປີ 2013. ທ່ານລັດຖະມົນຕີຍັງໃຫ້ຮູ້ຕື່ມອີກວ່າ, ລັດຖະບານຈະສືບຕໍ່ປະຕິບັດບັນດາມາດຕະການຖອນທຶນນອກຂະແໜງສຳລັບບັນດາລັດວິສາຫະກິດຢ່າງຄົບຊຸດ. ແຕ່ທ່ານກໍ່ໄດ້ຊີ້ແຈ້ງວ່າ, ການຖອນທຶນຈຳເປັນຕ້ອງໄດ້ຮັບການດຳເນີນຕາມກົດເກນເສດຖະກິດການຕະຫຼາດ ດ້ວຍຂັ້ນຕອນປະຕິບັດຢ່າງລະອຽດ, ບໍ່ໃຫ້ຊັບສິນຂອງລັດຖືກຮົ່ວໄຫຼ, ກໍ່ຄວາມສັບສົນໃຫ້ຕະຫຼາດ:
“ຫຼັກການຕ້ອງຖອນທຶນໄຢ່າງວ່ອງໄວຕາມຕະຫລາດ. ພວກເຮົາຕ້ອງມີຂັ້ນຕອນປະຕິບັດ. ສິ່ງດັ່ງກ່າວພວມໄດ້ຮັບການປະຕິບັດດ້ວຍຫຼາຍນະໂຍບາຍຢ່າງຄົບຊຸດ, ໃນນັ້ນມີການຄວບຄຸມແຕ່ລະວິສາຫະກິດ, ຖອນທຶນຢູ່ແຫ່ງໃດ. ຄືແນວໃດ ແລະ ຕ້ອງດຳເນີນທຸກມາດຕະການນັບແຕ່ທຶນ, ພາສີອາກອນ, ຕະຫຼອດຮອດຕະຫຼາດຫຼັກຊັບ ເພື່ອໃຫ້ພວກເຮົາພ້ອມກັນແກ້ໄຂ“.
ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວູດຶກດາມ ໃຫ້ຮູ້ວ່າ, ລັດຖະບານກໍ່ຮຽກຮ້ອງໃຫ້ບັນດາລັດວິສາຫະກິດປະຕິບັດການຖອນທຶນຢ່າງເຖິງຖອງ, ພິເສດແມ່ນໃນຂົງເຂດລົງທຶນອະສັງຫາວິມະຊັບ, ຫຼັກຊັບ.