ລັດຖະບານເຢຍລະມັນອຸປະຖຳໂຄງການເພີ່ມທະວີການຮັກສານ້ຳບາດານຢູ່ຫວຽດນາມ
(ພາບປະກອບ)
(vovworld) – ບັນຊີລາຍຊື່ໂຄງການ “ເພີ່ມທະວີການຮັກສານ້ຳບາດານຢູ່ ຫວຽດນາມ”, ໂດຍລັດຖະບານ ເຢຍລະມັນ ອຸປະຖຳ, ຫາກໍຖືກນາຍົກລັດຖະມົນຕີເຊັນອະນຸມັດ. ໂຄງການເພື່ອແນໃສ່ເພີ່ມທະວີການຄຸ້ມຄອງ, ຂຸດຄົ້ນ ແລະ ປົກປັກຮັກສາຊັບພະຍາກອນນ້ຳບາດານຢູ່ ຫວຽດນາມ. ໂຄງການຈະເພີ່ມເຕີມບັນດາຂໍ້ມູນສຳຫລວດໂດຍພື້ນຖານກ່ຽວກັບນ້ຳບາດານຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຕີລາຄາການຮັກສາຊັບພະຍາກອນນ້ຳບາດານ ໃຫ້ບັນດາອົງການທີ່ເຂົ້າຮ່ວມໂຄງການ; ຍົກສູງລະດັບຄວາມຮູ້ໃຫ້ປະຊາຊົນທ້ອງຖິ່ນກ່ຽວກັບການຮັກສາຊັບພະຍາກອນນ້ຳບາດານ. ກ່ຽວກັບລະດັບການຊ່ວຍເຫຼືອທຶນໃຫ້ແກ່ໂຄງການນັ້ນ, ທຶນຊ່ວຍເຫຼືອລ້າ ODA ຂອງລັດຖະບານ ເຢຍລະມັນ ແມ່ນ 1,5 ລ້ານ Euro ແລະ ທຶນສົມທົບຂອງ ຫວຽດນາມ ແມ່ນ 91,100 Euro . ໂຄງການໄດ້ຮັບການປະຕິບັດແຕ່ປີ 2015 – 2017, ໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ແມ່ນອົງການຮັບຜິດຊອບ.