ລັດຖະບານແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບໍລິສັດໃຫຍ່ການບິນຫວຽດນາມ
(VOVWORLD) -ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາກະຊວງ, ຂະແໜງການ ຈົ່ງຮ່ວມແຮງຮ່ວມໃຈຍົກອອກບັນດາມາດຕະການຢ່າງຮີບດ່ວນຖືກຕ້ອງຕາມຂໍ້ກໍານົດກົດໝາຍ ເພື່ອໜູນຊ່ວຍຂະແໜງການບິນຫວຽດນາມ.
(ພາບປະກອບ: TTXVN) |
ຕອນບ່າຍວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະຮັບຜິດຊອບວຽກງານພັກລັດຖະບານ ໄດ້ປະຊຸມປຶກສາຫາລືກ່ຽວກັບມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບໍລິສັດໃຫຍ່ການບິນຫວຽດນາມ (Vietnam Airlines) ທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19.
ເນັ້ນໜັກເຖິງທີ່ຕັ້ງຂອງ Vietnam Airlines ສໍາລັບພື້ນຖານເສດຖະກິດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ Vietnam Airlines ແລະ ບັນດາບໍລິສັດການບິນໃນໄລຍະຜ່ານມາ ເພື່ອມີລາຍໄດ້ໃນໄລຍະໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນໃນທົ່ວໂລກ ແລະ ບໍ່ມີທ່າອ່ຽງຫຼຸດລົງເທື່ອ, ອັນໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງຂະແໜງການບິນໂລກ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາກະຊວງ, ຂະແໜງການ ຈົ່ງຮ່ວມແຮງຮ່ວມໃຈຍົກອອກບັນດາມາດຕະການຢ່າງຮີບດ່ວນຖືກຕ້ອງຕາມຂໍ້ກໍານົດກົດໝາຍ ເພື່ອໜູນຊ່ວຍຂະແໜງການບິນຫວຽດນາມ.