ລັດຖະບານໃໝ່ຂອງກຳປູເຈຍໃຫ້ບຸລິມະສິດແກ່ການປົກປັກຮັກສາສັນຕິພາບແລະພັດທະນາ
(VOVWORLD) -ຕອນເຊົ້າວັນທີ 07 ກັນຍາ, ຢູ່ທຳນຽບສັນຕິພາບ, ລັດຖະບານແຫ່ງລາຊະອານາຈັກກຳປູເຈຍ ໄດ້ຈັດກອງປະຊຸມຄັ້ງທຳອິດ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ Samdech Techo Hunsen.
ລັດຖະບານໃໝ່ຂອງກຳປູເຈຍໃຫ້ບຸລິມະສິດແກ່ການປົກປັກຮັກສາສັນຕິພາບແລະພັດທະນາ
(ພາບ: TTXVN)
|
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ Hunsen ຖະແຫຼງວ່າ, ລັດຖະບານກຳປູເຈຍ ອາຍຸການທີ 6 ບັນລຸໄດ້ຂີດໝາຍປະຫວັດສາດໃໝ່ໃຫ້ແກ່ລາຊະອານາຈັກກຳປູເຈຍ, ຍ້ອນນີ້ແມ່ນລັດຖະບານໄດ້ຮັບການສ້າງຕັ້ງໂດຍສະພາແຫ່ງຊາດ ເຊິ່ງສ່ອງແສງໄດ້ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນກຳປູເຈຍ ຜ່ານການເລືອກຕັ້ງເມື່ອວັນທີ 29 ກໍລະກົດ. ທ່ານນາຍົກລັດຖະມົນຕີ Hunsen ໃຫ້ຮູ້ວ່າ, ລັດຖະບານອາຍຸການທີ 6 ຈະສືບຕໍ່ຍຸດທະສາດ 4 ຫຼ່ຽມພັດທະນາ ເຊິ່ງໄດ້ວາງອອກໃນອາຍຸການທີ 5, ໃນນັ້ນໄດ້ໃຫ້ບຸລິມະສິດ 4 ຈຸດ.
ບັນດາບຸລິມະສິດເຊິ່ງທ່ານນາຍົກລັດຖະມົນຕີ Hunsen ຊີ້ແຈ້ງລວມມີ: ການປົກປັກຮັກສາສັນຕິພາບ, ສະຖຽນລະພາບຂອງປະເທດຊາດ, ການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງເພື່ອແນໃສ່ຍົກສູງຄ້າຄອງຊີບຂອງປະຊາຊົນ, ປົກປັກຮັກສາເອກະລາດ ແລະ ອຳນາດອະທິປະໄຕຢ່າງຄົບຖ້ວນ; ຊຸກຍູ້ການພັດທະນາເສດຖະກິດສັງຄົມໃນທຸກຂົງເຂດ, ຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກໃຫ້ເປັນປົກກະຕິເພື່ອພັດທະນາແບບຍືນຍົງ; ເພີ່ມທະວີການບຳລຸງສ້າງ ແລະ ກາລະໂອກາດສ້າງວຽກເຮັດງານທຳທີ່ມີຄຸນນະພາບສູງໃຫ້ໄວໜຸ່ມ…