ລັດຖະບານໄທຈະສະເໜີກອງທັບໜູນຊ່ວຍຮັກສາຄວາມສະຫງົບໃນການເລືອກຕັ້ງ
ຜູ້ແຫ່ຂະບວນປະທ້ວງຖີ້ມກ້ອນຫີນໃສ່ຕຳຫຼວດຕ້ານການຈາລະຈົນ
(ພາບ: baobariavungtau.com)
(vovworld) – ວັນທີ 27/12, ທ່ານຮອງນາຍົກລັດຖະມົນຕີໄທ ສຸຣະພົງ ໃຫ້ຮູ້ວ່າ, ລັດຖະບານປະເທດນີ້ຈະສະເໜີກອງທັບໜູນຊ່ວຍຮັກສາຄວາມສະຫງົບໃຫ້ການເລືອກຕັ້ງໃນເດືອນ 2/2014, ພາຍຫຼັງເກີດການປະທະກັນໃຊ້ຄວາມຮຸນແຮງລະຫວ່າງຕຳຫຼວດ ແລະ ຜູ້ແຫ່ຂະບວນຝ່າຍຄ້ານ, ເຮັດໃຫ້ 2 ຄົນເສຍຊີວິດ.
ກ່າວຄວາມເຫັນທາງໂທລະພາບແຫ່ງຊາດ, ທ່ານຮອງນາຍົກລົດຖະມົນຕີໄທ ສຸຣະພົງ ຍັງໃຫ້ຮູ້ວ່າ ຈະສະເໜີຜູ້ບັນຊາການສູງສຸດບັນດາກຳລັງປະກອບອາວຸດຊ່ວຍເຫຼືອຮັບປະກັນໃນໄລຍະເວລາຈົດທະບຽນສະໝັກເລືອກຕັ້ງຄັ້ງທີ 2, ເຊິ່ງເລີ່ມຈັດຕັ້ງແຕ່ວັນທີ 28/12. ກ່ອນນັ້ນ, ວັນທີ 26/12, ລັດຖະບານຂອງທ່ານນາງນາຍົກລັດຖະມົນຕີ ຍິງຣັກຊິນນະວັດ ໄດ້ປະຕິເສດຂໍ້ສະເໜີຂອງຄະນະກຳມະການເລືອກຕັ້ງ ກ່ຽວກັບເລື່ອງໂຈະການເລືອກຕັ້ງໄວ້ ພາຍຫຼັງທີ່ຕຳຫຼວດຜູ້ໜຶ່ງຖືກຍິງຕາຍ ໃນການຈະລາຈົນຢູ່ນະຄອນຫຼວງບາງກອກ ໃນວັນດຽວກັນ.