ລັດຖະບານໜູນຊ່ວຍ,ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດດຳເນີນທຸລະກິດຢ່າງຕັ້ງໜ້າ

ລັດຖະບານໜູນຊ່ວຍ,ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດດຳເນີນທຸລະກິດຢ່າງຕັ້ງໜ້າ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ​ດື໋ກດາມ ​ພົບ​ປະ​ສັງ​ສັນ ​ແລະ ​
ແລກປ່ຽນ​ກັບ​ປະຊາ​ຄົມ​ວິສາ​ຫະກິດ​ທີ່​ດຳ​ເນີນ​ທຸລະ​ກິດ
(ພາບ: AnDang/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 12/8, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ​ດື໋ກດາມ ​ໄດ້ພົບ​ປະ​ສັງ​ສັນ ​ແລະ ​ແລກປ່ຽນ​ກັບ​ປະຊາ​ຄົມ​ວິສາ​ຫະກິດ​ທີ່​ດຳ​ເນີນ​ທຸລະ​ກິດ ​ເພື່ອ​ຕີ​ລາຄາ​ກົນ​ໄກ​ນະ​ໂຍບາຍ, ຊອກ​ຫາ​ມາດ​ຕະການ, ສ້າງ​ເງື່ອນ​ໄຂ​ໜູນ​ຊ່ວຍ​ປະຊາ​ຄົມ​ວິ​ສາ​ຫະກິດນີ້ພັດທະນາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ​ດື໋ກດາມ ຢືນຢັນ​ວ່າ: ລັດຖະບານ​ໄດ້ພົບ​ເຫັນ​ບັນດາ​ສິ່ງທີ່​ຍັງ​ຄົງ​ຄ້າງ, ​ຖືກ​ຈຳກັດກ່ຽວ​ກັບ​ດ້ານນະ​ໂຍບາຍ​ກົດ​ໝາຍ, ກົນ​ໄກ​ໜູນ​ຊ່ວຍ​ວິ​ສາ​ຫະກິດດຳ​ເນີນ​ທຸລະ​ກິດ ​ແລະ ພວມ​ຊອກ​ຫາ​ບັນດາ​ມາດ​ຕະການ​ເໝາະ​ສົມ​ຢ່າງ​ຕັ້ງໜ້າ. ​ໃນ​ໄລຍະ​ມາ​ເຖິງ, ບັນດາ​ກະຊວງ, ຂະ​ແໜງ​ການ ຄວນ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ໜູນ​ຊ່ວຍ, ​ແຫຼ່ງທຶນ, ຍູ້​ແຮງ​ກົນ​ໄກ​ນະ​ໂຍບາຍ,…ສ້າງ​ສະພາບ​ແວດ​ລ້ອມ​ອຳນວຍ​ຄວາມ​ສະດວກ​ຊຸກຍູ້​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ບັນດາ​ວິ​ສາ​ຫະກິດ ດຳ​ເນີນ​ທຸລະ​ກິດທີ່​ມີຫົວຄິດ​ປະດິດ​ສ້າງ. ​ໂດຍ​ລະອຽດ, ປະຕູ​ຖາມ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກລັດຖະບານ​ພິຈາລະນາ​ເປີດ​ຫີບ​ຈົດໝາຍ ​ເພື່ອ​ແກ້​ໄຂ​ຄວາມ​ຂ້ອງ​ໃຈຂອງ​ປະຊາ​ຄົມ​ວິສາ​ຫະກິດ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍບາຍ, ກົດໝາຍ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ການ​ລົງທຶນ. ກະຊວງ​ການ​ເງິນ​ຊອກ​ຫາ​ມາດ​ຕະການ​ຈັດ​​ແຫຼ່ງທຶນ, ກອງ​ທຶນ​ໜູນ​ຊ່ວຍ​ລົງທຶນ​ໃຫ້​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ …

ຂ່າວ/ບົດ​ອື່ນ