ລັດຖະບານ ສິງກະໂປ ສົ່ງເຄື່ອງຊ່ວຍເຫຼືອທີ່ຈຳເປັນເພື່ອໜູນຊ່ວຍປະຊາຊົນເຂດຖືກເສຍຫາຍຈາກໄພທຳມະຊາດຂອງ ຫວຽດນາມ

(VOVWORLD) - ເຄື່ອງຊ່ວຍເຫຼືອລວມມີ: ຈັກກັນຕອງນ້ຳ, ນ້ຳດື່ມແກ້ວ, ເຄື່ອງອະນາໄມສ່ວນຕົວ, ຜ້າຫົ່ມກູ້ຊີວິດ (ຜ້າຫົມສຸກເສີນ), ອາຫານ.
ລັດຖະບານ ສິງກະໂປ ສົ່ງເຄື່ອງຊ່ວຍເຫຼືອທີ່ຈຳເປັນເພື່ອໜູນຊ່ວຍປະຊາຊົນເຂດຖືກເສຍຫາຍຈາກໄພທຳມະຊາດຂອງ ຫວຽດນາມ - ảnh 1ເຄື່ອງອຸປະຖຳສຸກເສີນຂອງລັດຖະບານ ສິງກະໂປ
(ພາບ: CNA)

       ຕອນບ່າຍວັນທີ 19 ກັນຍາ, ຢູ່ສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ), ຜູ້ຕາງໜ້າກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຮັບເຄື່ອງອຸປະຖຳສຸກເສີນຂອງລັດຖະບານ ສິງກະໂປ ເພື່ອຊ່ວຍເຫຼືອໃຫ້ແກ່ປະຊາຊົນເຂດຖືກເສຍຫາຍຈາກໄພທຳມະຊາດ.

        ເຄື່ອງຊ່ວຍເຫຼືອລວມມີ: ຈັກກັນຕອງນ້ຳ, ນ້ຳດື່ມແກ້ວ, ເຄື່ອງອະນາໄມສ່ວນຕົວ, ຜ້າຫົ່ມກູ້ຊີວິດ (ຜ້າຫົມສຸກເສີນ), ອາຫານ. ຕາມແຜນການແລ້ວ, ຈຳນວນເຄື່ອງຊ່ວຍເຫຼືອດັ່ງກ່າວໄດ້ສົ່ງໄປແຂວງ ບັກກ້ານ ໃນວັນທີ 20 ກັນຍາ.

        ແຕ່ວັນທີ 11 ກັນຍາ ມາຮອດປະຈຸບັນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຮັບເຄື່ອງຊ່ວຍເຫຼືອເປັນຫຼາຍຄັ້ງຈາກບັນດາອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມມືຫຼຸດຜ່ອນໄພທຳມະຊາດ ແລະ ເອກອັກຄະລັດຖະທູດຫຼາຍປະເທດ, ຄື: ສະວິດ, ອັງກິດ, ອົດສະຕາລີ, ອິນເດຍ, ສູນປະສານງານພາກພື້ນກ່ຽວກັບການໜູນຊ່ວຍມະນຸດສະທຳໃນການຄຸ້ມຄອງໄພທຳມະຊາດ ອາຊຽນ, ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA), ອົງການຈັດຕັ້ງ Samaritan’s Purse...

ຕອບກັບ

ຂ່າວ/ບົດ​ອື່ນ