ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ ອາ​ເມ​ລິ​ກາ​ ຮຽກ​ຮ້ອງໃຫ້ G20 ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ທຸກ​ຍາກ

(VOVWORLD) -ໃນຈົດໝາຍສົ່ງໄປຍັງບັນດາເຈົ້າໜ້າທີ່ການເງິນ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (G20), ທ່ານນາງ Janet Yellen ຖືວ່າ ການ ຈັດແບ່ງ SDR ຄັ້ງໃໝ່ອາດຈະຊ່ວຍເພີ່ມທະວີຄວາມສາມາດໃນການຊຳລະໃຫ້ແກ່ບັນດາປະເທດ ທຸກຍາກ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ ອາ​ເມ​ລິ​ກາ​ ຮຽກ​ຮ້ອງໃຫ້ G20 ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ທຸກ​ຍາກ - ảnh 1ທ່ານນາງ Janet Yellen ລັດຖະມົນຕີກະຊວງການເງິນອາເມລິກາ (ພາບ: Joshua Roberts/Reuters)

ວັນທີ 25 ກຸມພາ, ທ່ານນາງ Janet Yellen ລັດຖະມົນຕີກະຊວງການເງິນ ອາເມລິກາ ໄດ້ສະແດງການສະໜັບສະໜູນການຈັດແບ່ງສິດຖອນເງິນພິເສດ(SDR) ຄັ້ງໃໝ່ ຢູ່ກອງທຶນເງິນຕາສາກົນ (IMF) ເພື່ອແນໃສ່ໜູນຊ່ວຍບັນດາປະເທດທຸກຍາກ. ເຖິງຢ່າງໃດກໍ່ຕາມ, ທ່ານນາງຖືວ່າ ຕ້ອງມີບັນດາຕົວເລກລວມເພື່ອຮັບປະກັນລັກສະນະໂປ່ງໃສ ກ່ຽວກັບວິທີການ ທີ່ໄດ້ຮັບການ ນຳໃຊ້ ແລະ ແລກປ່ຽນຄ້າຂາຍຈາກ SDR .

ໃນຈົດໝາຍສົ່ງໄປຍັງບັນດາເຈົ້າໜ້າທີ່ການເງິນ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (G20), ທ່ານນາງ Janet Yellen ຖືວ່າ ການ ຈັດແບ່ງ SDR ຄັ້ງໃໝ່ອາດຈະຊ່ວຍເພີ່ມທະວີຄວາມສາມາດໃນການຊຳລະໃຫ້ແກ່ບັນດາປະເທດ ທຸກຍາກ, ກໍ່ຄືໜູນຊ່ວຍບັນດາຄວາມມານະພະຍາຍາມຟື້ນຟູເສດຖະກິດ ແລະ ສາທາລະນະສຸກທີ່ຈຳເປັນຂອງເຂົາເຈົ້າ.

ໂດຍກ່ຽວຂ້ອງເຖິງບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19, ທ່ານນາງ  ຖືວ່າ ລັດຖະບານ ແລະ ບັນດາປະເທດຮັ່ງມີຕ້ອງໜູນຊ່ວຍບັນດາປະເທດທຸກຍາກໃນການສຳຜັດກັບວັກຊິນເພື່ອແນໃສ່ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ