ລັດຖະມົນຕີກະຊວງຕຳຫຼວດ ໂຕເລິມໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ການາດາ Shawn Perry Steil ປະຈຳ ຫວຽດນາມ
(VOVWORLD) - ຕອນບ່າຍວັນທີ 2 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Shawn Perry Steil ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ການາດາປະຈຳຫວຽດນາມ ຄົນໃໝ່, ເນື່ອງໃນໂອກາດເລີ່ມຕົ້ນອາຍຸການປະຕິບັດໜ້າທີ່ວຽກງານທາງການທູດ ຢູ່ ຫວຽດນາມ.
ທ່ານພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບທ່ານ Shawn Perry Steil ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ການາດາປະຈຳຫວຽດນາມ ຄົນໃໝ່
|
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມເນັ້ນໜັກວ່າ, ໄລຍະຜ່ານມາ, ການພົວພັນຮ່ວມມືດ້ານການປ້ອງກັນຄວາມສະຫງົບ, ປະຕິບັດກົດໝາຍລະຫວ່ງກະຊວງຕຳຫຼວດ ແລະ ບັນດາອົງການຄູ່ຮ່ວມມືການາດາເຂົ້າສູ່ລວງເລິກ ແລະ ບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າກ່ຽວກັບການຮ່ວມມືດ້ານການປ້ອງກັນ, ຕ້ານອາດຊະຍາກຳ ແລະ ຝຶກອົບຮົມ, ບຳລຸງສ້າງ, ຍົກສູງກຳລັງຄວາມສາມາດ. ເພື່ອຊຸກຍູ້ການພົວພັນສອງຝ່າຍ ຫວຽດນາມ - ການາດາເວົ້າລວມ ແລະ ການພົວພັນຮ່ວມມືດ້ານວິຊາການປ້ອງກັນຄວາມສະຫງົບ, ໃຫ້ຫຼາຍກ່ວາອີກ, ການປະຕິບັດກົດໝາຍເວົ້າສະເພາະ ໃຫ້ສົມກັບການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ, ໃນໄລຍະຈະມາເຖິງ, ທ່ານ ໂຕເລິມສະເໜີໃຫ້ ທ່ານເອກອັກຄະລັດຖະທູດ ເອົາໃຈໃສ່ຊຸກຍູ້ການພົວພັນລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ການາດາ, ຕຳຫຼວດລາຊະອານາຈັກ ການາດາ ແລະ ຊ່ອງທາງຮ່ວມມືສອງຝ່າຍ, ຫຼາຍຝ່າຍເພື່ອແນໃສ່ແລກປ່ຽນຂໍ້ມູນຮັບໃຊ້ວຽກງານປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ກວດກາ, ແກ້ໄຂເຫດການຢ່າງລະອຽດ.
ສ່ວນທ່ານ ເອກອັກຄະລັດຖະທູດ Shawn Perry Steil ຢັ້ງຢືນວ່າ ການພັດທະນາອັນດີງາມຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ການາດາໃນໄລຍະຜ່ານມາ, ພ້ອມທັງເຊື່ອໝັ້ນວ່າໃນໄລຍະຈະມາເຖິງ, ການພົວພັນສົມທົບກັນປະຕິບັດງານລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບບັນດາອົງການທີ່ກ່ຽວຂ້ອງຂອງການາດາຈະສືບຕໍ່ໄດ້ຮັບການຍູ້ແຮງ, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.