ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ອິນ​ເດຍ ໃກ້​ຈະ​ມາ​ຢ້ຽມ​ຢາມ ຫວຽດ​ນາມ

(VOVWORLD)-ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Rajnath Singh ຈະໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 8 ຫາວັນທີ 10 ມິຖຸນາ, 
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ອິນ​ເດຍ ໃກ້​ຈະ​ມາ​ຢ້ຽມ​ຢາມ ຫວຽດ​ນາມ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Rajnath Singh  (ພາບ: indianewsnetwork)

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Rajnath Singh ຈະໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 8 ຫາວັນທີ 10 ມິຖຸນາ, ຕາມຄຳເຊື້ອເຊີນຂອງທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽນນາມ ຟານວັນຢາງ.

        ຄາດວ່າ ໃນການຢ້ຽມຢາມຄັ້ງນີ້,  ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ຈະເຂົ້າຢ້ຽມສຸສານປະທານ ໂຮ່ຈີມິນ, ໂອ້ລົມສົນທະນາກັບລັດຖະມົນຕີຟານວັນຢາງ ເພື່ອຕີລາຄາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບຂໍ້ລິເລີ່ມໃໝ່ ເພື່ອເພີ່ມທະວີການການຮ່ວມມືໃນຂົງເຂດນີ້. ນອກຈາກນັ້ນແລ້ວ ທ່ານລັດຖະມົນຕີປ້ອງກັນປະເທດ ອິນເດຍ Rajnath Singh ກໍຈະເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ນັກຂ່າວ VOV ປະຈຳ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ