ລັດຖະມົນຕີກະຊວງປ້ອງກັນປະເທດ ອີຢີບ ກ່າວເຕືອນລັດອາດຈະຖືກພັງທະລາຍ
(vovworld) - ວັນທີ 29/1, ນາຍພົນ Abdel Fattah al Sissi ລັດຖະມົນຕີກະຊວງປ້ອງກັນປະເທດ ອີຢີບ ກ່າວເຕືອນວ່າ: ວິກິດການການເມືອງຢູ່ປະເທດນີ້ ອາດຈະເຮັດໃຫ້ລັດຖືກລົ້ມລະລາຍ, ໃນສະພາບປະຊາຊົນນັບພັນຄົນຄັດຄ້ານຄຳສັ່ງໄອຍະການເສີກ ແລະ ຈຳນວນຜູ້ຖືກເສຍຊີວິດທີ່ການຈະລາຈົນໃນຊຸມມື້ຜ່ານມາໄດ້ຂຶ້ນເຖິງ 52 ຄົນ. ກ່າວຄຳເຫັນທາງ Facebook ຂອງຕົນ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ອີຢີບ Abdel Fattah al Sissi ໄດ້ເນັ້ນຫນັກວ່າ: ການປະທະກັນລະຫວ່າງບັນດາກຳລັງການເມືອງ ແລະ ຄວາມບໍ່ລົງລອຍກັນທີ່ກ່ຽວຂ້ອງເຖິງການບໍລິຫານປະເທດຊາດ ອາດຈະເຮັດໃຫ້ລັດຖືກພັງທະລາຍ ແລະ ນາບຂູ່ເຖິງລຸ້ນຄົນໃນອະນາຄົດ. ທ່ານກໍກ່າວເຕືອນວ່າ ບັນດາບັນຫາການເມືອງ, ເສດຖະກິດ, ສັງຄົມ ແລະ ຄວາມໝັ້ນຄົງ ຊື່ງອີຢີບ ຕ້ອງປະເຊີນຫນ້າ ພວມນາບຂູ່ຕໍ່ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງປະເທດຊາດ. ທ່ານກໍໃຫ້ຄຳໝັ້ນໝາຍ ຈະປົກປັກຮັກສາລະບົບພື້ນຖານໂຄງລ່າງສຳຄັນຂອງປະເທດຊາດ, ໃນນັ້ນ ມີຄອງ Suez .