ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິການ, ເຢຍລະມັນ ຢ້ຽມຢາມ ອາບການິດສະຖານ
ທ່ານ Leon Panetta, ລັດຖະມົນຕີກະຊວງ
ປ້ອງກັນປະເທດ ອາເມລິກາ
(ພາບ: AFP)
|
(vovworld) - ວັນທີ 14/3, ທ່ານ Leon Panetta, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄປຢ້ຽມຢາມ ອາບການິດສະຖານ, ໃນສະພາບການທີ່ການພົວພັນລະຫວ່າງ ອາເມລິກາ ແລະ ອາບການິດສະຖານ ພວມເຄັ່ງຕຶງພາຍຫຼັງເຫດການຈູດປື້ມຄຳພີ Koran ຢູ່ຖານທີ່ໝັ້ນການທະຫານຂອງ ອາເມລິການ ແຫ່ງໜຶ່ງ ແລະ ເຫດການນັກຮົບອາເມລິກາ ຄົນໜຶ່ງຍິງປືນເຂັ່ນຂ້າສາມັນຊົນ ອາບການິດສະຖານ 16 ຄົນ. ທ່ານລັດຖະມົນຕີ Leon Panetta ເນັ້ນໜັກວ່າ: 2 ເຫດການດັ່ງກ່າວພວມວາງອອກບັນດາການທ້າທາຍ, ຄວາມຫຍຸ້ງຍາກທີ່ມີຕໍພາລະກຳຂອງ ອາເມລິກາຢູ່ ອາບການິດສະຖານ ແລະ ອາເມລິກາ ຈະບໍ່ປະໃຫ້ການກະທຳຂອງບຸກຄົນໃດໆ ສົ່ງຜົນສະທ້ອນເຖິງຄວາມມານະພະຍາຍາມຕໍ່ສູ້ລວມ. ຄາດວ່າ, ທ່ານລັດຖະມົນຕີ Leon Panetta ຈະມີການພົບປະກັບ ປະທານາທິບໍດີ ອາບການິດສະຖານ Hamid Karzai ແລະ ເຈົ້າໜ້າທີອື່ນຈຳນວນໜຶ່ງ. ແລະກໍໃນວັນດຽວກັນ, ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນເຢຍລະມັນ Thomas De Maiziere ກໍໄປຍັງ ອາບການິດສະຖານ. ຄາດວ່າ, ທ່ານ Thomas De Maiziere ຈະມີການພົບປະກັບປະທານາທິບໍດີ Hamid Karzai ແລະ ຄູ່ຕຳແໜ່ງປະເທດເຈົ້າພາບ Abdul Rahim Wardak.