ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ເດີນທາງໄປຢ້ຽມຢາມພາກພື້ນ ຕາເວັນອອກກາງ
(VOVWORLD) - ວັນທີ 5 ມີນາ, ທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ເດີນທາງໄປຍັງ ຈໍແດນ ເລີ່ມຕົ້ນການຢ້ຽມຢາມບັນດາປະເທດພາກພື້ນຕາເວັນອອກກາງ ເພື່ອແນໃສ່ສະແດງການສະໜັບສະໜູນໃຫ້ແກ່ບັນດາປະເທດສຳພັນທະມິດຕົ້ນຕໍໃນພາກພື້ນ. ປະເທດຕໍ່ໄປ ເຊິ່ງທ່ານລັດຖະມົນຕີ Lloyd Austin ຈະຢ້ຽມຢາມໃນຄັ້ງນີ້ ແມ່ນ ອິດສະຣາແອັນ ແລະ ອີຢິບ
ກະສັດ Abdullah II ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin (ພາບ: Reuters) |
ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ຢູ່ນະຄອນຫຼວງ Amman ໃນວັນດຽວກັນ, ກະສັດ Abdullah II ຂອງ ຈໍແດນ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຟື້ນຟູສັນຕິພາບຢູ່ບັນດາເຂດດິນແດນຂອງ ປາແລັດສະຕິນ, ກໍຄື ຢຸດຕິທຸກການກະທຳຕາມລຳພັງຝ່າຍດຽວ ທີ່ໄດ້ເຮັດໃຫ້ຂາດສະຖຽນລະພາບ ແລະ ຫຼຸດແງ່ຫວັງສັນຕິພາບ.
ກະສັດ ຈໍແດນ ຮຽກຮ້ອງໃຫ້ ເພີ່ມທະວີຄວາມມານະພະຍາຍາມ ເພື່ອແນໃສ່ເປີດວິໄສທັດດ້ານການເມືອງ ດ້ວຍຈຸດປະສົງ ເປີດເສັ້ນທາງໃໝ່ແກ່ການເລີ່ມດຳເນີນການເຈລະຈາຕ່າງໆລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອັນ ຄືນໃໝ່ ຜ່ານນັ້ນ ກໍ່ແນໃສ່ບັນລຸໄດ້ພື້ນຖານສັນຕິພາບທີ່ຍຸຕິທຳ ແລະ ຮອບດ້ານບົນພື້ນຖານມາດຕະການຄົງຕົວທັງສອງລັດ. ທ່ານກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງ ລັດ ປາແລັດສະຕິນ ເອກະລາດ, ມີອະທິປະໄຕ ແລະ ມີຄວາມເປັນໄປໄດ້ ຕາມເສັ້ນຊາຍແດນປີ 1967, ໃນນັ້ນ Jerusalem ຕາເວັນອອກ ເປັນນະຄອນຫຼວງ.
ກໍໃນການພົບປະດັ່ງກ່າວ, ສອງຝ່າຍກໍໄດ້ເຕື້ອງເຖິງການຜັນແປມໍ່ໆມານີ້ໃນພາກພື້ນ ແລະ ຄວາມມານະພະຍາຍາມບັນລຸໄດ້ມາດຕະການດ້ານການເມືອງສຳລັບພາກພື້ນຕາເວັນອອກກາງ.