ລັດຖະມົນຕີກະຊວງປ້ອງກັນປະເທດ El- Sisi ຈະອອກສະໝັກເລືອກຕັ້ງເປັນປະທານາທິບໍດີ ອີຢິບ

ລັດຖະມົນຕີກະຊວງປ້ອງກັນປະເທດ El- Sisi ຈະອອກສະໝັກເລືອກຕັ້ງເປັນປະທານາທິບໍດີ ອີຢິບ - ảnh 1
ນາຍ​ພົນ  El- Sisi ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອີ​ຢິບ​

(vovworld)- ວັນ​ທີ 11/1, ນາຍ​ພົນ  El- Sisi ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອີ​ຢິບ​ໃຫ້​ຮູ້​ວ່າ ທ່ານ​ຈະ​ພິຈາລະນາ​ກ່ຽວ​ກັບ​ການ​ສະໝັກ​ເລືອກ​ຕັ້ງ​ເປັນ ປະທານາທິບ​ໍດີ​​ໃນ​ການ​ເລືອກ​ຕັ້ງ​ທີ່​ຈະ​ມາ​ເຖິງ ຖ້າ​ຫາກ​ວ່າ ນັ້ນ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ. ກ່າວ​ເຫັນ​ທາງ​ໂທລະພາບ​ແຫ່ງ​ຊາດ, ນາຍ​ພົນ  El- Sisi ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອີ​ຢິບ​ຮຽກຮ້ອງ​ໃຫ້ ຊາວ​ອີ​ຢິບ ຈົ່ງ​ປະຕິບັດ​ພັນທະ​​ແຫ່ງ​ຊາດ​ດ້ວຍ​ການ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​​ໃນ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ຊຶ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 14-15/1 ທີ່​ຈະ​ມາ​ເຖິງ. ນາຍ​ພົນ  El- Sisi ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອີ​ຢິບ​ ຖື​ວ່າ ອີ​ຢິບ​ພວມຢືນ​ຢູ່​ຕໍ່ໜ້າ ບາດ​ລ້ຽວປະຫວັດ​ສາດ ​ແລະ ປະ​ຕິ​ບັດ​ບັນດາ​ບາດກ້າວ​ເດີນ​ທຳ​ອິດ​ໃນ​ວິວັດ​ທະ​ນາ​ການ​ຂ້າມ​ຜ່ານ​ການ​ເມືອງ​ພາຍຫຼັງ​ການ​ປະຕິວັດ 2 ຄັ້ງ. 

ຂ່າວ/ບົດ​ອື່ນ