ລັດຖະມົນຕີກະຊວງວັດທະນະທຳກິລາແລະທ່ອງທ່ຽວຫວຽດນາມຮັບຫລຽນໄຊມິດຕະພາບສະຫະພັນລັດເຊຍ
ທ່ານ Kostantin Vasillievich Vnukov, ເອກອັດຄະລັດຖະທູດ ລັດເຊຍ ປະດັບຫລຽນໄຊມິດຕະພາບ ໃຫ້ທ່ານລັດຖະມົນຕີ
ຮ່ວາງຕວນແອງ
ພາບ:vtv.vn
|
(vovworld)- ເນື່ອງໃນໂອກາດສະເຫລີມສະຫລອງ 25 ປີແຫ່ງວັນຊາດສະຫະພັນລັດເຊຍ, ຕອນຄ່ຳວັນທີ 11/6 ຢູ່ ຮ່າໂນ້ຍ, ທ່ານ Kostantin Vasillievich Vnukov, ເອກອັດຄະລັດຖະທູດ ລັດເຊຍ ປະຈຳຫວຽດນາມ ໄດ້ຮັບການມອບສິດຂອງປະທານາທິບໍດີ ລັດເຊຍ V. Putin ປະດັບຫລຽນໄຊມິດຕະພາບຂອງສະຫະພັນລັດເຊຍ ໃຫ້ທ່ານລັດຖະມົນຕີວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຮ່ວາງຕວນແອງ ແລະ ທ່ານຟ້າມຊວນເຊີນ, ຮອງຫົວຫນ້າຄະນະປະຈຳຄະນະພົວພັນຕ່າງປະເທດສູນກາງ. ນີ້ແມ່ນລາງວັນອັນສູງສົ່ງຂັ້ນລັດຖະບານ ລັດເຊຍ ມອບໃຫ້ບັນດາສ່ວນບຸກຄົນທີ່ມີການປະກອບສ່ວນຫລາຍຢ່າງໃຫ້ແກ່ການພົວພັນມິດຕະພາບ ຫວຽດນາມ ແລະ ສະຫະພັນລັດເຊຍ. ນະພິທີ, ທ່ານ Kostantin Vasillievich Vnukov, ເອກອັດຄະລັດຖະທູດ ລັດເຊຍ ປະຈຳຫວຽດນາມ ໄດ້ເນັ້ນຫນັກວ່າ: ຍາມໃດລັດເຊຍ ກໍພ້ອມແລ້ວຊ່ວຍເຫລືອ, ຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ, ເພີ່ມທະວີການພົວພັນທີ່ເປັນມູນເຊື້ອ, ນ້ຳໃຈມິດຕະພາບ ແລະ ການຮ່ວມມືຍາວນານລະຫວ່າງສອງປະເທດ. ທ່ານລັດຖະມົນຕີ ຮ່ວາງຕວນແອງ ຢືນຢັນ: ຫວຽດນາມ ຍາມໃດກໍເຄົາລົບນ້ຳໃຈມິດຕະພາບທີ່ເປັນມູນເຊື້ອກັບລັດເຊຍ ມານະພະຍາຍາມປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ.