ລັດຖະມົນຕີກະຊວງແຜນການແລະການລົງທຶນຫວຽດນາມຢ້ຽມຢາມອາເມລິກາ
ທ່ານ ຫງວຽນຈີ໋ຢຸງ ລັດຖະມົນຕີກະຊວງ
ແຜນການ ແລະ ການລົງທຶນ ຫວຽດນາມ
(ພາບ: mpi.gov.vn)
(vovworld) - ວັນທີ 06/09 ທ່ານ ຫງວຽນຈີ໋ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ນຳໜ້າຄະນະຜູ້ແທນເຈົ້າໜ້າທີ່ ຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ. ໃນມື້ເຮັດວຽກທຳອິດກັບບັນດາການນຳຂອງທະນາຄານໂລກ (WB), ທ່ານລັດຖະມົນຕີ ຫງວຽນຈີ໋ຢຸງ ຕີລາຄາສູງບັນດາການໜູນຊ່ວຍຂອງ WB ທີ່ສະຫງວນໃຫ້ ຫວຽດນາມ ໃນໄລຍະຜ່ານມາ ໃນເລື່ອງສະໜອງແຫຼ່ງທຶນສະຫະສະມາຄົມພັດທະນາສາກົນ (IDA) ກໍ່ຄືສະໜອງບັນດາຄຳປຶກສານະໂຍບາຍໃຫ້ລັດຖະບານ ຫວຽດນາມ. ໃນໄລຍະຈະມາເຖິງ, ລັດຖະບານ ຫວຽດນາມ ຈະສືບຕໍ່ປະຕິບັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ໂດຍລະອຽດແມ່ນ ສ້າງໂຄງປະກອບການລົງທຶນສາທາລະນະຄືນໃໝ່, ສ້າງໂຄງປະກອບທະນາຄານ ແລະ ລັດວິສາຫະກິດຄືນໃໝ່ ກໍ່ຄືປະຕິບັດບັນດາຄຳໝັ້ນສັນຍາສາກົນ ເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມ. ກ່ຽວກັບໂຄງການຮ່ວມມືລະຫວ່າງ ຫວຽດນາມ ແລະ WB, ລັດຖະບານ ຫວຽດນາມ ຈະສົມທົບກັບ WB ໃນການສ້າງ ແລະ ເລືອກເຟັ້ນບັນດາໂຄງການນຳໃຊ້ບັນດາແຫຼ່ງທຶນ WB ທີ່ມີລັກສະນະເປັນກຳລັງໜູນ ແລະ ແຜ່ຂະຫຍາຍ. ນອກຈາກບັນດາຂົງເຂດຮ່ວມມືຄື: ສາທາລະນະສຸກ, ການສຶກສາ, ການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ກໍ່ສະເໜີ WB ໜູນຊ່ວຍ ຫວຽດນາມ ໃນການສ້າງຍຸດທະສາດປຸກລະດົມແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນສະພາບການໃໝ່, ສ້າງແຜນຜັງສັງລວມໃນການພັດທະນາເຂດ ແລະ ໜູນຊ່ວຍ ຫວຽດນາມ ໃນຂົງເຂດເຕັກໂນໂລຢີ ແລະ ຖ່າຍທອດເຕັກໂນໂລຢີ.
ສວ່ນຝ່າຍ WB, ທ່ານ Axel van Trotsenburd, ຮອງປະທານຜູ້ຮັບຜິດຊອບດ້ານການເງິນພັດທະນາຂອງ WB ຢືນຢັນຄຳໝັ້ນສັນຍາຂອງ WB ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບລັດຖະບານ ຫວຽດນາມ ເວົ້າລວມ ແລະ ກະຊວງແຜນການ ແລະ ການລົງທຶນ , ອົງການປະສານແຫຼ່ງທຶນໜູນຊ່ວຍພັດທະນາທາງການ (ODA) ເວົ້າສະເພາະ ເພື່ອສືບຕໍ່ຍົກສູງປະສິດທິຜົນການນຳໃຊ້ ແລະ ປະຕິບັດ ການໜູນຊ່ວຍຕ່າງໆຂອງ WB, ຊຸກຍູ້ການພັດທະນາ ກໍ່ຄືໜູນຊ່ວຍບຸລິມະສິດຕ່າງໆຂອງລັດຖະບານຢ່າງແຮງ.