ລັດຖະມົນຕີກະຊວງ ປ້ອງກັນປະເທດລາວເຄື່ອນໄຫວຢ້ຽມຢາມຫວຽດນາມ
ຄະນະພະນັກງານຂັ້ນສູງກະຊວງປ້ອງກັນປະເທດລາວ
ຢ້ຽມຢາມ ແລະ ເຮັດວຽກຢູ່ພົນລະພາກຫຼວງ
(ພາບ:qdnd.vn)
(vovworld) – ຕອນເຊົ້າວັນທີ 19/09, ພົນໂທ ແສງນວນ ໄຊຍະລາດ, ເລຂາສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ, ນຳໜ້າຄະນະພະນັກງານຂັ້ນສູງກະຊວງປ້ອງກັນປະເທດລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ພົນລະພາກຫຼວງ 15.
ຕາງໜ້າໃຫ້ກອງບັນຊາການພົນລະພາກຫຼວງ 15, ພົນຈັດຕະວາ ດັ້ງແອງຢຸງ, ຜູ້ບັນຊາການພົນລະພາກຫຼວງ 15 ໄດ້ຊົມເຊີຍຄະນະພະນັກງານຂັ້ນສູງກະຊວງປ້ອງກັນປະເທດລາວ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ພົນລະພາກຫຼວງ, ຢືນຢັນນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງກອງທັບ 2 ປະເທດເວົ້າລວມ ແລະ ພົນລະພາກຫຼວງ 15 ເວົ້າສະເພາະ. ພົນຈັດຕະວາ ດັ້ງແອງຢຸງ ໄດ້ແລກປ່ຽນກ່ຽວກັບບາງໝາກຜົນການຜະລິດ, ດຳເນີນທຸລະກິດ, ແກ້ໄຂວຽກເຮັດງານທຳຂອງພົນລະພາກຫຼວງ 15 ຈຳນວນໜຶ່ງໃນໄລຍະຜ່ານມາ. ລະອຽດແມ່ນຢູ່ລາວ, ພົນລະພາກຫຼວງ 15 ໄດ້ປູກຢາງພາລາກວ່າ 1.700 ha, ໃຫ້ແກ້ໄຂວຽກເຮັດງານທຳໃຫ້ຄົນງານທ້ອງຖິ່ນນັບຮ້ອຍຄົນ, ມີລາຍຮັບເປັນປົກກະຕິ. ໜູນຊ່ວຍຈຳນວນເງິນນັບຮ້ອຍຕື້ດົງເພື່ອກໍ່ສ້າງບັນດາກຸ່ມບ້ານພັດທະນາເສດຖະກິດ, ອະນຸລັກຮັກສາວັດທະນະທຳ…
ການຢ້ຽມຢາມຄັ້ງນີ້ຂອງຄະນະພະນັກງານຂັ້ນສູງກອງທັບປະຊາຊົນລາວ ໄດ້ປະກອບສ່ວນປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ, ປະຊາຊົນ ແລະ ກອງທັບ 2 ປະເທດຫວຽດນາມ ລາວ.