ລັດຖະມົນຕີການຕ່າງປະເທດອີຣານ: ການເຈລະຈາ ດ້ານນິວເຄຼຍກັບອາເມລິກາ ມີບາດກ້າວພັດທະນາ
(ພາບປະກອບ: AFP- TTXVN)
(vovworld) – ວັນທີ 19/03, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອີຣານ Mohamad Javad Zarif, ໃຫ້ຮູ້ວ່າ, ການເຈລະຈາລະຫວ່າງທ່ານກັບຄູ່ຕຳແໜ່ງອາເມລິກາ John Kerry ກ່ຽວກັບໂຄງການນິວເຄຼຍຂອງເຕເຣຣານ ພວມມີບາດກ້າວພັດທະນາ ເຖິງວ່າຍັງມີວຽກງານຫຼາຍຢ່າງຕ້ອງເຮັດ. ທ່ານ Zarif ຍົກອອກຄຳຖະແຫຼງດັ່ງກ່າວໃນການເຈລະຈາຄັ້ງທີ 4 ຢູ່ນະຄອນ Lausanne, ປະເທດສະວິດ. ຕາມທ່ານ Zarif ແລ້ວ, ບັນດາການເຈລະຈາໄດ້ກ້າວເຂົ້າໄລຍະສຸດທ້າຍ ແລະ ມີຫຼາຍບັນຫາສັບສົນ, ແຕ່ທ່ານຖືວ່າ ນີ້ແມ່ນສັນຍານທີ່ດີ. ທ່ານ Zarif ຍັງໃຫ້ຮູ້ວ່າ ບັນດານັກເຈລະຈາອີຣານ ຈະຢູ່ Lausanne ຈົດຮອດເວລາບັນລຸໄດ້ຂໍ້ຕົກລົງ. ສ່ວນທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ໃຫ້ຮູ້ວ່າ, ການເຈລະຈາດ້ານນິວເຄຼຍກັບອີຣານ ພວມປະເຊີນໜ້າກັບບັນຫາຫຍຸ້ງຍາກຫຼາຍຢ່າງ ແຕ່ມີບາດກ້າວພັດທະນາໃນສະພາບໃກ້ຈະຮອດກຳນົດເວລາທຸດທ້າຍເພື່ອບັນລຸໄດ້ຂໍ້ຕົກລົງໃນວັນທີ 31/03.