ລັດຖະມົນຕີການຕ່າງປະເທດ ປາກິດສະຖານ ເຈລະຈາກັບອຳນາດການປົກຄອງ ຕາລີບານ ຢູ່ ກາບູນ
(VOVWORLD) -ການເຈລະຈາລະຫວ່າງ 2 ຝ່າຍຈະກວມລວມທຸກການພົວພັນ 2 ຝ່າຍ ແລະ ສຸມໃສ່ວິທີການ ແລະ ມາດຕະການ ແນໃສ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ.
ທ່ານລັດຖະມົນຕີການຕ່າງປະເທດ ປາກິດສະຖານ Shah Mahmod Qureshi ໄປຮອດນະຄອນຫຼວງ ກາບູນ
(ພາບ: nation.com.pk)
|
ວັນທີ 21 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ປາກິດສະຖານ Shah Mahmod Qureshi ໄດ້ໄປຮອດນະຄອນຫຼວງ ກາບູນ, ປະເທດ ອາບການິດສະຖານ ເພື່ອດຳເນີນການເຈລະຈາກັບອຳນາດການປົກຄອງ ຕາລີບານ, ໃນສະພາບກຳລັງນີ້ພວມຊອກຫາວິທີຫຼຸດພົ້ນອອກຈາກການປິດລ້ອມຂອງສາກົນ. ຖະແຫຼງການຂອງກະຊວງການຕ່າງປະເທດ ປາກິດສະຖານ ໃຫ້ຮູ້ວ່າ: “ການເຈລະຈາລະຫວ່າງ 2 ຝ່າຍຈະກວມລວມທຸກການພົວພັນ 2 ຝ່າຍ ແລະ ສຸມໃສ່ວິທີການ ແລະ ມາດຕະການ ແນໃສ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ”.
ທ່ານ Qureshi ແມ່ນລັດຖະມົນຕີການຕ່າງປະເທດຜູ້ທີ 3, ພາຍຫຼັງບັນດາຄູ່ຕຳແໜ່ງ ກາຕາ ແລະ ອຸດເບກິດສະຖານ ໄປຢ້ຽມຢາມ ອາບການິດສະຖານ ນັບແຕ່ຕາລີບານ ຍາດໄດ້ສິດຄວບຄຸມປະເທດນີ້ເມື່ອກາງເດືອນ ສິງຫາ ຜ່ານມາ.