ລັດຖະມົນຕີການຕ່າງປະເທດ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ສະຖາບັນການຕ່າງປະເທດ ຫວຽດນາມ

(VOVWORLD) - ທົບທວນຄືນການພົວພັນມິດຕະພາບອັນດີງາມລະຫວ່າງ ຫວຽດນາມ - ລາວ ໃນຊຸມປີຜ່ານມາ, ທ່ານລັດຖະມົນຕີການຕ່າງປະເທດ ສະເຫຼີມໄຊ ກົມມະສິດ ຢັ້ງຢືນວ່າ ບໍ່ມີປະເທດໃດໃນໂລກມີການພົວພັນພິເສດຄື ຫວຽດນາມ - ລາວ.
ລັດຖະມົນຕີການຕ່າງປະເທດ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ສະຖາບັນການຕ່າງປະເທດ ຫວຽດນາມ - ảnh 1 ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ  ສປປ ລາວ 

ວັນທີ 7 ທັນວາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ  ສປປ ລາວ ມີການໂອ້ລົມກັບບັນດາພະນັກງານ, ນັກສຶກສາສະຖາບັນການຕ່າງປະເທດ ຫວຽດນາມ ກ່ຽວກັບຫົວຂໍ້ “70 ປີແຫ່ງການເຄື່ອນໄຫວ ການຕ່າງປະເທດ ລາວ ແລະ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ - ຫວຽດນາມ”.

        ທົບທວນຄືນການພົວພັນມິດຕະພາບອັນດີງາມລະຫວ່າງ ຫວຽດນາມ - ລາວ ໃນຊຸມປີຜ່ານມາ, ທ່ານລັດຖະມົນຕີການຕ່າງປະເທດ ສະເຫຼີມໄຊ ກົມມະສິດ ຢັ້ງຢືນວ່າ ບໍ່ມີປະເທດໃດໃນໂລກມີການພົວພັນພິເສດຄື ຫວຽດນາມ - ລາວ. ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ເນັ້ນໜັກວ່າ ການພົວພັນ 2 ປະເທດໄດ້ຮັບການເພີ່ມທະວີ, ປັບປຸງ, ເພີ່ມພູນຄູນສ້າງຜ່ານລຸ້ນຕ່າງໆຢ່າງບໍ່ຢຸດຢັ້ງ. ດັ່ງນັ້ນ, ຄວາມຮັບຜິດຊອບຂອງລຸ້ນໜຸ່ມ 2 ປະເທດແມ່ນສືບທອດ, ຮັກສາ, ເສີມຂະຫຍາຍການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ ກ່ວາອີກ. ດັ່ງນັ້ນ, ລຸ້ນໜຸ່ມ 2 ປະເທດຕ້ອງເຂົ້າໃຈ, ເຄົາລົບ ແລະ ເຊື່ອມຊຶມ ກ່ຽວກັບການພົວພັນສາມັກຄີແບບພິເສດລະຫວ່າງ 2 ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ