ລັດຖະມົນຕີການຕ່າງປະເທດ ອາເມລິກາ ກັບຄືນ ພາກຕາເວັນອອກາງ ເພື່ອຊອກຫາວິທີຢຸດຕິການປະທະກັນ ລະຫວ່າງ ຮາມາດ ແລະ ອິດສະລາແອັນ
(VOVWORLD) - ນີ້ແມ່ນການເດີນທາງໄປປະຕິບັດງານຄັ້ງທີ 4 ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຢູ່ ພາກພື້ນນີ້ ນັບແຕ່ເວລາເກີດການປະທະກັນ ເມື່ອຕົ້ນເດືອນຕຸລາ ປີ 2023.
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu (ພາບ: AFP/TTXVN) |
ວັນທີ 4 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ເລີ່ມຕົ້ນການປະຕິບັດງານຢູ່ພາກຕາເວັນອອກກາງເປັນເວລາ 1 ອາທິດຜ່ານມາ ເພື່ອຊອກຫາວິທີໄປແກ້ໄຂການປະທະກັນລະຫວ່າງຂະບວນການອິດມະສາມ ຮາມາດ ແລະ ອິດສະລາແອັນ ທີ່ແກ່ຍາວເປັນເວລາເກືອບ 3 ເດືອນຜ່ານມາ. ນີ້ແມ່ນການເດີນທາງໄປປະຕິບັດງານຄັ້ງທີ 4 ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຢູ່ ພາກພື້ນນີ້ ນັບແຕ່ເວລາເກີດການປະທະກັນ ເມື່ອຕົ້ນເດືອນຕຸລາ ປີ 2023.
ຕາມແຈ້ງການຂອງກະຊວງການຕ່າງປະເທດ ອາເມລິກາແລ້ວ, ໃນການເດີນທາງໄປປະຕິບັດງານຄັ້ງນີ້ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະປຶກສາຫາລື ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການປົກປ້ອງຊີວິດອິນຊີຂອງ ສາມັນຊົນ ຢູ່ ອິດສະລາແອັນ, ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ເຂດກາຊາ, ຮັບປະກັນການປ່ອຍຕົວປະກັນທັງໝົດທີ່ຍັງເຫຼືອ ແລະ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກໃຫ້ແກ່ການສະໜອງການໜູນຊ່ວຍມະນຸດສະທຳ, ເຊື່ອມຕໍ່ບັນດາການບໍລິການທີ່ຈຳເປັນ ຢູ່ ເຂດກາຊາ. ນອກຈາກນັ້ນ, ອາເມລິກາ ກໍ່ຈະປຶກສາຫລື ກ່ຽວກັບບັນດາກົນໄກຮີບດ່ວນ ເພື່ອແນໃສ່ສະກັດກັ້ນການໃຊ້ຄວາມຮຸນແຮງ, ຫຼຸດຜ່ອນຄວາມເຄັ່ງຕຶງ ໃນພາກພື້ນ, ໃນນັ້ນມີການສະກັດກັ້ນການບຸກໂຈມຕີຂອງກຳລັງ Houthi ທີ່ເລັ່ງໃສ່ບັນດາການເຄື່ອນໄຫວຂົນສົ່ງດ້ານການຄ້າ ຢູ່ ທະເລແດງ ແລະ ຫຼີກລ້ຽງການປະທະກັນເພີ່ມຂຶ້ນ ຢູ່ລີບັງ.