(vovworld) - ວັນທີ 3/7, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ໄດ້ສິ້ນສຸດການຢ້ຽມຢາມ ສະຫະພັນລັດເຊຍ ແຕ່ວັນທີ 29/6 – 3/7/2012 ຢ່າງເປັນທາງການ. ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີການຕ່າງປະເທດ Pham Binh Minh ໄດ້ເຈລະຈາ ກັບລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov, ພົບປະກັບຮອງນາຍົກລັດຖະມົນຕີ Dmitry Rogozin, ຮອງປະທານຜູ້ທີ່ໜຶ່ງ Duma ແຫ່ງຊາດລັດເຊຍ Ivan Melnhikov ແລະ ຜູ້ວ່າການນະຄອນ Saint – Peterburg Georgi Poltavchenko. ທ່ານລັດຖະມົນຕີການຕ່າງປະເທດ Pham Binh Minh ໄດ້ໄປວາງພວງມາລາຢູ່ສຸສານນັກຮົບນິລະນາມ, ອະນຸສາວາລີ ປະທານໂຮ່ຈີມິນ ຢູ່ນະຄອນຫຼວງ ມົດສະກູ, ຢ້ຽມຢາມ ແລະ ເຮັດວຽກກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ສະຫະພັນລັດເຊຍ.
ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີສະຫະພັນລັດເຊຍ Dmitry Rogozin, ທ່ານ Dmitry Rogozin ຢືນຢັນວ່າ: ລັດເຊຍຈະສືບຕໍ່ເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືດ້ານເຕັກນິກການທະຫານກັບ ຫວຽດນາມ, ຜັນຂະຫຍາຍໂຄງການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ນິນທ້ວນ I ຮັບປະກັນຄວາມປອດໄພ, ຄວາມຄືບໜ້າ ແລະ ຄຸນນະພາບ.
ທີ່ການພົບປະກັບຮອງປະທານຜູ້ທີ່ 1 Duma ແຫ່ງຊາດລັດເຊຍ Ivan Melnhikov, ທ່ານປະທານ Ivan Melnhikov ຢືນຢັນວ່າ: Duma ແຫ່ງຊາດລັດເຊຍ ຍາມໃດກໍສະໜັບສະໜູນການເພີ່ມທະວີການພົວພັນຮ່ວມມືຢ່າງຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ, ພ້ອມແລ້ວທີ່ຈະໜູນຊ່ວຍລັດຖະບານ 2 ປະເທດຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມແລ້ວເປັນຢ່າງດີ, ໃນນັ້ນມີໂຄງການກໍ່ສ້າງໂຮງງານ ໄຟຟ້ານິວເຄຼຍແຫ່ງທຳອິດຢູ່ຫວຽດນາມ.
ທີ່ການເຈລະຈາລະຫວ່າງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ແລະ ລັດຖະມົນຕີການຕ່າງປະເທດສະຫະພັນ ລັດເຊຍ Sergey Lavrov, ລັດຖະມົນຕີ 2 ທ່ານ ຢືນຢັນວ່າ ລັດຖະບານ 2 ປະເທດ ຈະສືບຕໍ່ສ້າງເງື່ອນໄຂ ອຳນວຍຄວາມສະດວກເພື່ອໃຫ້ວິສາຫະກິດນ້ຳມັນອາຍແກສ 2 ປະເທດເພີ່ມທະວີການຮ່ວມມືຢູ່ຫວຽດນາມ ແລະ ລັດເຊຍ, ເປີດກ້ວາງອອກສູ່ປະເທດທີ 3. 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ ອາຊີຕາເວັນອອກສຽງໃຕ້ ກໍຄືບັນດາການຜັນແປໃນໄລຍະມໍ່ໆມານີ້ຢູ່ເຂດທະເລຕາເວັນອອກ, ຢືນຢັນວ່າທຸກໆການພິພາດກັນຕ້ອງໄດ້ຮັບການແກ້ໄຂບົນຫຼັກການເຄົາລົບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດ ແລະ ກົດໝາຍວ່າດ້ວຍທະເລປີ 1982 ແລະ ຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (ຫຼື DOC), ສະໜັບສະໜູນຄວາມມານະພະຍາຍາມມຸ້ງໄປເຖິງການສ້າງຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (ຫຼື COC).
ພາຍຫຼັງການເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ແລະ ລັດຖະມົນຕີການຕ່າງປະເທດສະຫະພັນ ລັດເຊຍ Sergey Lavrov ໄດ້ລົງນາມໃນແຜນການຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດ ສະຫະພັນ ລັດເຊຍ ໄລຍະ 2013 – 2014.