( vovworld ) – ວັນທີ 10/7, ທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ເລີ່ມຕົ້ນການເດີນທາງມາຢ້ຽມຢາມຫວຽດນາມ, ກ່ອນທີ່ຈະເຂົ້າຮ່ວມກອງປະຊຸມສຳຄັນຂອງພາກພື້ນ. ໃນ 2 ມື້ຢູ່ຢ້ຽມຢາມຫວຽດນາມ, ຕອນບ່າຍວັນທີ 10/7, ຢູ່ ຮ່າໂນ້ຍ, ທ່ານນາງ Hillary Clinton ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ວິທະຍາສາດເຕັກນິກ, ການສຶກສາ…, ທັງສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການຮ່ວມມືໃນຂົງເຂດມະນຸດສະທຳ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນຫາຮັກສາສັນຕິພາບ, ສະຖຽນລະຖາບ, ການຮ່ວມມືປ້ອງກັນຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ ແລະ ເຫັນດີເປັນເອກະພາບນຳກັນວ່າ, ທຸກການພິພາດອະທິປະໄຕຢູ່ທະເລຕາເວັນອອກ ຄວນໄດ້ຮັບການແກ້ໄຂດ້ວຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາກົດໝາຍທະເລວ່າດ້ວຍທະເລຂອງສະຫະປະຊາຊາດ ປີ 1982, ພ້ອມທັງປະຕິບັດຂໍ້ກຳນົດກ່ຽວກັບການປະພືດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ເຊິ່ງໄດ້ຮັບການລົງນາມເມື່ອປີ 2002 ລະຫວ່າງ ອາຊຽນ ແລະ ຈີນ. ເມື່ອພົບປະກັບວົງການນັກຂ່າວຫວຽດນາມ ແລະ ສາກົນ, ທ່ານນາງ Hillary Clinton ໄດ້ຕີລາຄາສູງບົດບາດຂອງຫວຽດນາມ ໃນພາກພື້ນ, ທ່ານນາງເວົ້າວ່າ:
”ຫວຽດນາມພວມພົ້ນເດັ່ນຂຶ້ນ ແມ່ນການນຳຢູ່ພາກພື້ນອະນຸກຳ ມະການແມ່ນ້ຳຂອງ ກໍ່ຄືໃນພາກພື້ນອາຊຽນ. ອາເມລິກາຕີລາຄາສູງການປະກອບສ່ວນຂອງຫວຽດນາມ ເຂົ້າໃນການແກ້ໄຂການພິພາດສັນຕິພາບຢູ່ທະເລຕາເວັນອອກ. ອາເມລິກາຫວັງວ່າ, ຫວຽດນາມ ຈະພ້ອມກັບປະເທດຕ່າງໆ ແລະ ຈີນ ປັບປຸງຂໍ້ກຳນົດກ່ຽວກັບການນປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ ແນໃສ່ແກ້ໄຂການພິພາດທີ່ພວມເກີດຂຶ້ນຕາມກົດໝາຍສາກົນ”
ເມື່ອຕອບຄຳຖາມຕໍ່ນັກຂ່າວຫວຽດນາມ ກ່ຽວກັບເລື່ອງ ອາເມລິກາຈະມີບັນດາມາດຕະການອັນລະອຽດໃດໆ ເພື່ອຊຸກຍູ້ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ທ່ານນາງ Hillary Clinton ຢັ້ງຢືນວ່າ:
”ພວກຂ້າພະເຈົ້າຍາມໃດກໍ່ເອົາໃຈໃສ່ເຖິງບັນຫານີ້ ແລະ ອາເມລິກາໄດ້ເພີ່ມຄຳໝັ້ນສັນຍາກ່ຽວກັບດ້ານການເງິນແລ້ວ. ກ່ຽວກັບບັນຫາຊອກຫາອັດຖິທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ, ອາເມລິກາ ຕີລາຄາສູງການສະໜັບສະໜູນຂອງຫວຽດນາມ ໃນ 2 ທົດສະວັດກວ່າທີ່ຜ່ານມາ. ກົງກັນຂ້າມ, ຝ່າຍອາເມລິກາ ກໍ່ຈະໜູນຊ່ວຍຫວຽດນາມ ໃນການສະໜອງສຳເນົາເອກະສານກ່ຽວກັບທະຫານຫວຽດນາມ ທີ່ຫາຍສາບສູນໃນປາງສົງຄາມ”
ຕໍ່ຈາກນັ້ນ, ທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ກໍ່ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງກອງທຶນສຶກສາ fulbright ຢູ່ມະຫາວິທະຍາໄລການຄ້າຕ່າງປະເທດ ຮ່າໂນ້ຍ. ດ້ວຍການເຂົ້າຮ່ວມຂອງອາດີດນັກສຶກສາຂອງໂຄງການນີ້ກວ່າ 600 ຄົນ. Fulbright ແມ່ນໂຄງການໂດຍສະມາຊິກສະພາສູງ ອາເມລິກາ William fulbright ສ້າງຂຶ້ນແຕ່ປີ 1946, ດ້ວຍຈຸດໝາຍເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນ ອາເມລິກາ ກັບປະເທດອື່ນໆ ຜ່ານການແລກປ່ຽນວັດທະນະທຳ.