ລັດຖະມົນຕີຊ່ວຍວ່າການຕ່າງປະເທດຫວຽດນາມຕ້ອນຮັບລັດຖະມົນຕີຊ່ວຍວ່າການຕ່າງປະເທດສ.ແຟງລັງ

ລັດຖະມົນຕີຊ່ວຍວ່າການຕ່າງປະເທດຫວຽດນາມຕ້ອນຮັບລັດຖະມົນຕີຊ່ວຍວ່າການຕ່າງປະເທດສ.ແຟງລັງ - ảnh 1
ທ່ານ ຫວູຮົ່ງນາມ ຕ້​ອນຮັບ​ທ່ານ​ນາງ Pirkko Hamalainen
ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ແຟງລັງ
(ພາບ: TTXVN)

(vovworld) –  ​ ໃນ​ຕອນບ່າຍ​ວັນ​ທີ 20/11 ຢູ່ ຮ່າ​ໂນ້ຍ, ທີ່​ການຕ້​ອນຮັບ​ທ່ານ​ນາງ Pirkko Hamalainen ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສ. ແຟງລັງ ​ເນື່ອງ​ໃນ​ໂອກາດທີ່​ທ່ານ​ນາງ​ມາ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ ຫວູຮົ່ງນາມ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການຕ່າງປະ​ເທດ ຫວຽ​ດນາມ ຢືນຢັນ​​ເຖິງ​ຄວາມປາດ​ຖະໜາຢາກ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສ. ແຟງລັງ ​ໃນ​ຂົງ​ເຂດ​ການ​ສຶກສາ, ການ​ຄ້າ, ການ​ລົງທຶນ, ສິ່ງ​ແວດ​ລ້ອມ ​ແລະ ພະລັງງານ. ຫວຽດນາມ ສະ​ເໜີ​ລັດຖະບານ ສ. ແຟງລັງ ພິຈາລະນາ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ ຊາວ ຫວຽດນາມ ເຂົ້າ​ເມືອງ​ຂອງ​ ​ແລະ ພິຈາລະຈາ​ເລື່ອງ​ເຈລະຈາ, ລົງ​ນາມ​ໃນ​ສັນຍາ​ຍົກ​ເວັ້ນວີ​ຊາ​ໃຫ້​ຜູ້​ຖື​ປັດ​ສະ​ປໍ​ການ​ທູດ​ລະຫວ່າງ 2 ປະ​ເທດ. ພາຍ​ຫລັງ​ການ​ຕ້ອນຮັບ, ​ໂດຍ​ໄດ້​ຮັບ​ມອບ​ໝາຍ​ສິດ​ຈາກ​ລັດຖະບານ 2 ຝ່າ​ຍ, ລັດ​ຖະມົນຕີ​ຊ່ວຍ​ວ່າການ 2 ທ່ານ ​ໄດ້​ລົງ​ນາມ​ສັນຍາ​ລະ​ຫວ້າງ​ລັດຖະບານ ສສ ຫວຽດນາມ ​ແລະ ລັດຖະບານ ສ. ແຟງລັງ ກ່ຽວ​ກັບ​​ເລື່​ອງລາຍ​ຮັບ​ໃຫ້​ຍາດຕິ​ພີ່ນ້ອງ​ ​ສະມາຊິກທີ່​ເຮັດ​ວຽກ​ໃນ​ອົງການ​ຕາງໜ້າ​ການ​ທູດ, ອົງການ​ກົງ​ສູນ ​ແລະ ຄະນະ​ປະຕິບັດ​ງານປະຈຳຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ